ສະບາຍດີປົກກະຕິເປັນແອດມີນສາຍເກມແຕ່ຫາກໄດ້ຍີນຂ່າວວ່າມີກະທູ້ສຳລັບຄົນລາວກະເລີຍມາທົດສອບຄວາມເທບເບິ່ງເຊິງຍອມຮັບວ່າມັກຫຼາຍເຂົ້າໃຈງ່າຍບໍ່ວຸ້ນວາຍ ( ບໍ່ຕ້ອງໄປເບິ່ງ page ລະບໍ່ມີ content ລົງມາດົນ ) ອອ້ມໂລກກັນໄປສົມຄວນ ເຂົ້າເລື່ອງ !
ຂ້ອຍໄດ້ມາຮຽນຢູ່ປະເທດຈີນໄດ້ສອງປີແລ້ວປະສົບການໃນການເຈີ້ໂຮງຮຽນທີ່ມັນແປກໆນັກຮຽນຕ່າງປະເທດເກື້ອບຈະບໍ່ມີຕົວຕົນໃນໂຮງຮຽນບໍ່ໄດ້ຮັບການສົນໃຈຈາກອາຈານຫຼາຍໆທ່ານຫ້ອງການຢູ່ຄົນລະວິທິຍາເຂດ
_ ແລ້ວຊີຢູ່ແນວໃດ ?
ບອກກ່ອນວ່າບໍ່ແມ່ນທຸກໂຮງຮຽນທີ່ຈະເປັນແບບນີ້ດຽວຊິວ່າມີໂອກາດລະບໍ່ຢາກມາຕ້ອງບອກວ່າຍາກຫຼາຍທີ່ຈະຖືກ (ປຸບປັບຮັບໂໍຊກຂອງແທ້) ສຳລັບຂ້ອຍມັນເປັນທັງປະສົບການທີ່ດີ ແລະ ບໍ່ດີພ້ອມໆກັນ. ປີທຳອິດທີ່ມາຈະໄດ້ກຽມພາສາຈີນປະມານ 10 ເດືອນເຊິ່ງໄດ້ຮັບການເຝິກຝົນທີ່ຂຸ້ນຂ່້ຽວພໍສົມຄວນ 10 ເດືອນສາມາດຜ່ານລະດັບ HSK5 ໄດ້ຢ່າງສະບາຍ. ຊີວິດປ່ຽນໄປທັນທີ່ເມື່ອງຂຶ້ນສາຍສິ່ງທີ່ຮຽນມາທັງໝົດເກືອບຈະບໍ່ໄດ້ໃຊ້ອາດຈະໄດ້ໃຊ້ສຳລັບຊື້ເຄື່ອງພາເລາະອີຫຍັງພວກນັ້ນເຊິ່ງອາຈານເຂົ້າໃຈວ່າເຮົາຈະເຂົ້າໃຈທຸກຢ່າງແລ້ວໃຊ້ສັບຊັ້ນສູງລົມນຳເຮົາມັນຄົນລະເລື່ອງເລີຍປົກກະຕິແລ້ວໂຮງຮຽນຈະຕ້ອງມີຫຼັກສູດຮຽນພາສາເພີ່ມອີກສອງປີເພື່ອກັນລືມ ແລະ ມີວິຊາທີຕ່າງຊາດລວມກັນ ແລະ ວິຊາສະເພາະທີ່ລວມກັບຄົນຈີນ ແຍກຫ້ອງເສັງຕ່າງຊາດ. ດັ່ງທີ່ກ່າວມານີ້ພວກຂ້ອຍບໍ່ມີ ຈະວ່າມັນຍາກກະຍາກແຕ່ມັນກະເປັນປະສົບການທີ່ດີເພາະຂ້ອຍເຫັນນັກຮຽນຈຳນວນໜ້ອຍຈຳນວນໜື່ງທີ່ດິ້ນຮົນສຸດຊີວິດເພື່ອເອົາຄະແນນໃຫ້ໄດ້ຢ່າງໜ້ອຍຕ່ຳສຸດເພື່ອໃຫ້ມັນລອດທັງໆທີ່ອິກ 80% ຍອມແພ້ໄປແລ້ວ
ນີ້ກໍເປັນປະສົບການໜື່ງທີ່ຂ້ອຍໄດ້ຜ່ານມາອາດຈະອ່ານເບິ່ງຄືຂ້ອຍມາຈົ່ມແຕ່ສີ່ງທີ່ຢາກໃຫ້ຮູ້ແມ່ນເຖີ່ງເຫັນຊີວິດເຂົາດີເຮົາກະອາດຈະບໍ່ໄດ້ຢູ່ແບບທີ່ເຮົາຄິດຊີວິດບໍ່ເຄີຍຍຸດຕິທຳ, ເຖິງຈະເຈີ້ເລື່ອງຍາກໆຫຼາຍໆເລື່ອງຢ່າຍອມແພ້ກັດແຂ້ວສູ້ໃຫ້ມັນຕາຍດີກວ່າຍອມແພ້ແລ້ວບໍ່ສູ້ຊີວິດຫຼາຍໆຊ່ວງມັນບໍ່ງ່າຍ
ຈາກໃຈໄວໜູ່ມຄົນໜຶ່ງ
ຖືກຕັດທຶນອາດກາຍເປັນເລືອງຕະຫຼົກ