ສຳລັບຂ້າພະເຈົ້າເອງແລ້ວ.
ການຮຽນດ້ວຍໂຕເອງກໍເປັນຫຍັງທີ່ເຮັດມາຕະຫລອດ ຈະຂໍແບ່ງປັນແບບນີ້
ຫມາຍເຫດ: ຍີ້ເປັນວິທີສ່ວນໂຕເທົ່ານັ້ນອາດຈະເຫມາະັລືບໍ່ເຫມາະກັບແຕ່ລະຄົນເນາະ.
ສ່ວນໂຕແລ້ວເປັນຄົນມັກອ່ານ. ສະນັ່ນເວລາສົນໃຈຫຍັງກໍຕາມ ຈະເລືອກ ທີ່ຈະອ່ານເປັນຫລັກ.
ສົມມຸດວ່າຂ້າພະເຈົ້າກຳລັງສົນໃຈ ສ້າງແອັບດ້ວຍພາສາ Flutter.
ກ່ອນອື່ນຕ້ອງຕອບ WH questions ໃຫ້ໄດ້.
ມັນແມ່ນຫຍັງ?
ມັນເກີດມາແຕ່ໃສ? ຕອນໃດ?
ໃຜເປັນຜູ້ສ້າງ? ໃຜໃຊ້ມັນແດ່?
ມັນເຮັດແນວໃດ?
ກໍຈະເລີ່ມສຶກສາຈາກໃນເນັດ ຫາໃນ google ແລ້ວກໍອ່ານທັງພາສາໄທ ພາສາອັງກິດປົນກັນໄປ.
ຈາກນັ້ນກໍເລີ່ມຊອກ ຄອສ ວີດີໂອ ອອນລາຍ ມາເບິ່ງ.
ແລ້ວກໍ ໄປຊອກຊື້ປຶ້ມ(ເປັນຫົວ) ມາອ່ານ ແລະສະສົມ.
ຂັ້ນຕອນສຸດທ້າຍຄື ເລີ່ມລອງເຮັດ.
ກໍຈະລອງງ່າຍໆ ຈາກການ Hello world. ຫລືຂຽນApp ໃນສຶ່ງທີ່ໄດ້ໃຊ້ທັກສະທີ່ຮຽນມາ. ເພື່ອໃຫ້ຕອບໂຈດໂຕຈິງ.
ເມື່ອພົບປັນຫາກໍໄປ google ຫລືຫາຄຳຕອບຈາກໃນປຶມ ແລະຄົນອ້ອມຂ້າງ ຫລືຈະມາຖາມໃນລາວເອັກເຮົານີ້ລະ
.
ຫວັງວ່າຈະເປັນແນວທາງໃຫ້ທ່ານໄດ້ນ້ອຍນຶ່ງ.