ສະບາຍ!! ຢາກຮູ້ຄວາມຄິດເຫັນວ່າ ສາວທີ່ຂ້ອຍລົມຢູ່ນິລາວເປັນແນວໃດ ຫຼື ຄວາມສຳພັນຂອງພວກເຮົາກຳລັງເປັນແນວໃດ, ຈະແກ້ໄຂແນວໃດກັບສະຖານະການທີ່ເປັນຢູ່ປະຈຸບັນນີ້. ເລື່ອງມີຢູ່ວ່າ ຂ້ອຍລົມກັບລາວເກືອບຮອດປີແລ້ວ ກໍ່ດີກັນແດ່ ຜິດກັນແດ່ ແຕ່ຊ່ວງຫຼັງໆປະມານ 2 ເດືອນມານີ້ ຮູ້ສຶກວ່າຈະບໍ່ເຂົ້າໃຈ ກັນ ແລະ ດຣາມາກັນຕະຫຼອດ ຄືບໍ່ມ່ວນ ບໍ່ ສົດຊື່ນ ຮູ້ສຶກການຄົບກັນເຮັດໃຫ້ລາວລຳບາກ, ລາວບໍ່ມີຄວາມສຸກ... ຂ້ອຍພະຍາຫຍາມເຮັດໃຫ້ມັນດີຂຶ້ນ ແຕ່ລາວມັກຈະວ່າ "ບໍ່ເມື່ອຍຫວາ...ທີ່ຄົບກັນ ເຂົາຂໍ້ໃຫ້ເພິ່ນເຮັດນັ້ນນີ້ຕະຫຼອດ ລະເພິ່ນກະເຮັດ ເຂົາຮູ້ສຶກວ່າເຂົາເອົາແຕ່ໃຈ ເຂົາບໍ່ມັກເພິ່ນເປັນແບບນີ້" ເຊິ່ງຄຳເວົ້າພວກນີ້ແມ່ນບໍ່ເວົ້າຢູ່ຕໍ່ໜ້າ ພໍກັບມາກໍ່ຈະແຊດມາເວົ້າປະມານນີ້ ແລະ ເປັນແບບນີ້ຫຼາຍເທື່ອ. ເຊິ່ງກໍ່ປ່ອຍບັນຫານີ້ມາຕະຫຼອດ ແຕ່ມັນເລີ່ມໜັກຂຶ້ນໜັກຂຶ້ນ ເພາະຢາກຮັກສາຄວາມສຳພັນເອົາໄວ້ ບໍ່ຢາກເວົ່າຫຍັງທີ່ຮຸນແຮງ ແຕ່ຄິດວ່າຖ້າປ່ອຍໃຫ້ມັນຄ້າງຄາ ບໍ່ໄປບໍ່ມາ ແບບນີ້ຄືຈະບໍ່ໄດ້ ເລີຍຕັດສິນໃຈເວົ້າທຸກຢ່າງມັນໄປເລີຍ ແລະ ຄິດວ່າຖ້າຈະຈົບກໍ່ໃຫ້ມັນຈົບ ບໍ່ຢາກໃຫ້ມັນຕ້ອງມາເມື່ອຍ ແລະ ເສົ້າມອງກັນແບບນີ້. ແຕ່ກໍ່ຍັງບໍ່ເຄຍ ລາວເວົ້າກັບໄປກັບມາ ອຶງໆ ບໍ່ໄປບໍ່ມາ ບໍ່ຕັດສິນໃຈ ບໍ່ຮູ້ວ່າເປັນຫຍັງ ຈຶ່ງຮູ້ສຶກບໍ່ດີ ລາວວ່າບໍ່ຮູ້ວ່າໂຕເອງເປັນແນວໃດ. ຂ້ອຍໄດ້ຍິນແບບນັ້ນແລ້ວໃຈຮ້າຍ!! ຕົວຢ່າງເຊັ່ນ ຂ້ອຍບໍ່ສາມາດໄປກິນເຂົ້ານຳໄດ້ ຫຼື ຜິດນັດ ເພາະມີວຽກດ່ວນທີ່ຈຳເປັນ ຫຼື ຕິດວຽກ ແຕ່ມື້ຕໍ່ໄປກໍ່ພາໄປຄືເກົ່າ ອາລົມລາວປະມານຢາກໃຫ້ໄປຢູ່ນຳຕະຫຼອດເວລາ ເຊິ່ງມັນເປັນໄປບໍ່ໄດ້ ແລະ ລາວກໍ່ເຂົ້າໃຈ ແຕ່ ພັດເກັບມານ້ອຍໃຈ ອັນນິຂ້ອຍບໍ່ເຂົ້າໃຈ ແລະ ຈະເຮັດແນວໃດກັບຄວາມສຳພັນແບບນີ້ ມັນຄ້າງໆຄາໆ ບໍ່ຊັດເຈນແບບນີ້ບໍ່ດີຕໍ່ໂຕຂ້ອຍ ແລະ ລາວແນ່ນອນ ໃຜມີຄຳແນະນຳດີໆ ບອກຂ້ອຍແດ່!!!! 😰