
ນະຕອນນີ້ທີ່ຂຽນຂ່າວກະ 12:33AM ຂອງວັນທີ 04/07/2019 ຫຼາຍຄົນພົບກັບບັນຫາທີ່ບໍ່ສາມາດໂຫຼດເບິ່ງຮູບໄດ້ ເບິ່ງວິດີໂອຕ່າງໆ ບາງຄົນກະໄປໂທດອິນເຕີເນັດ ໄປໂທດຄ້າຍແດງ-ຄ້າຍສົ້ມ ກະວ່າກັນໄປ 555+ ນອກຈາກ Facebook ແລ້ວຍັງມີ WhatApps ແລະ IG ທີ່ມີບັນຫາການເບິ່ງຮູບບໍ່ໄດ້ລາມໄປເຖິງການສົ່ງຂໍ້ຄວາມບໍ່ອອກ.
,
,
**Facebook ໄດ້ໂພສຜ່ານບັນຊີ Twitter ວ່າ "ພວກເຮົາຮູ້ວ່າບາງຄົນກໍາລັງມີບັນຫາໃນການເຂົ້າເຖິງຕະກຸນຂອງ Facebook.
"ພວກເຮົາກໍາລັງເຮັດວຽກເພື່ອແກ້ໄຂກັບບັນຫານີ້ໃຫ້ໄດ້ໄວທີ່ສຸດ."
,
,

,
,
ສາເຫດຫຼັກນັ້ນກໍມາຈາກການທີ່ CDN ຫຼົ່ມ CND ແມ່ນ Content Delivery Network ຄືລະບົບເຄືອຂ່າຍຂະໜາດໃຫຍ່ຂອງເຄື່ອງເຊີຟເວີ້ຈຳນວນມະຫາສານ ທີ່ກະຈາຍໂຕຢູ່ທົ່ວທົ່ວໂລກ, ເຊີເວີ້ເຫຼົ່ານີ້ຈະເຊື່ອມຕໍ່ກັນຜ່ານອິນເຕີເນັດ ເພື່ອເຮັດໜ້າທີ່ໃນການສົ່ງຂໍ້ມູນໃຫ້ໄປເຖິງຜູ້ຮັບປາຍທາງໃຫ້ໄວທີ່ສຸດ ລວມທັງເພີ່ມປະສິດທິພາບໃນການເຂົ້າເຖິງຂໍ້ມູນເຫຼົ່ານັ້ນ (Availability) ໄດ້ຕະຫຼອດເວລາ**
ຂໍ້ມູນ ຫຼື Content ເທິງອິນເຕີເນັດທີ່ສົ່ງຜ່ານ CDN ໄດ້ນັ້ນມີຫຼາກຫຼາຍຮູບແບບເຊັ່ນ: ຮູບພາບ,ຂໍ້ຄວາມ,ໄຟເອກະສານ,ຊອຟແວ ແລະ ໄຟມີເດຍປະເພດຕ່າງໆ ເປັນຕົ້ນ, ຂໍ້ມູນເຫຼົ່ານີ້ຈະຖືກຄັດລອກ(Caching) ໄປເກັບໄວ້ເທິງເຄື່ອງເຊີເວີ້ທີ່ກະຈາຍໂຕຢູ່ບໍລິເວນເຄື່ອງປາຍທາງ ຫຼື ທີ່ເອີ້ນວ່າ -Edges- of the internet ເມື່ອມີການຮ້ອງຂໍຂໍ້ມູນ ເຊີຟເວີ້ທີ່ຢູ່ໃກ້ທີ່ສຸດ ຈະເປັນໂຕຮັບຄຳຮ້ອງຂໍເຫຼົ່ານັ້ນ ແທນເຄື່ອງເຊີຟເວີ້ຕົ້ນທາງທີ່ຢູ່ໄກອອກໄປ ເຊິ່ງສາມາດລົດຍ່ອນເວລາໃນການສົ່ງຂໍ້ມູນໃຫ້ໄວຂຶ້ນກວ່າເກົ່າໂດຍສະເລ່ຍແລ້ວ 50%
,
,
ປັດຈຸບັນ Facebook ບັນຫາທີ່ຖືກ Report ຫຼາຍທີ່ສຸດກໍຄື : ([https://downdetector.com/status/facebook](https://)ຕາມເວັບdown detector .com)
- Pictures ຮູບພາບ (85%)
- Newsfeed (9%)
- Log in (4%)
ຢ່າງໃດກໍຕາມຖ້າ Facebook ບໍ່ຮີບແກ້ໄຂບັນຫານີ້ໂດຍໄວ ອາດຈະສູນເສຍຜູ້ໃຊ້ງານເປັນຈຳນວນຫຼາຍກໍເປັນໄດ້ ເນື່ອງດ້ວຍທາງພາກຕະເວັນຕົກ ໄດ້ພາກັນຫັນມາໃຊ້ App Twitter ກັນແທນແລ້ວ.