Halo~ ທຸກຄົນ ມື້ນີ້ບໍ່ມີຫຍັງຫຼາຍເນາະ ມີແຕ່ຢາກມາ Review Playlist ເພງທີ່ເຮົາມັກຟັງ ສະບາຍຕອນເຮັດວຽກ
ສຳລັບບົດຄວາມນີ້ຖືວ່າເປັນບົດຄວາມທີ່ໃຊ້ເວລາລວມຂໍ້ມູນກ່ອນການໂພສທີ່ດົນທີ່ສຸດ ເພາະວ່າເປັນການລວມເອົາເພງທີ່ຜູ້ຂຽນມັກຟັງໃນເວລານັ່ງເຮັດວຽກ ຫຼື ເວລານອນ.
ສຳລັບບົດຄວາມທີ່ລວມ Playlist ນີ້ຈະບໍ່ມີພຽງ EP ດຽວເທົ່ານັ້ນເດີ້ເພາະວ່າຈະໄດ້ລວມເພງຫຼາຍສັນຊາດໄວ້ບໍ່ວ່າຈະເປັນ ລາວ, ໄທ, Kpop, Jpop ຫຼື Cpop ໆລໆ…
ມາເລີ່ມກັນເລີຍ 20 ເພງ Kpop ທີ່ຟັງສະບາຍ ຫຼື ອາດຈະບໍ່ສະບາຍຖ້າແມ່ນຄົນອື່ນ ແຕ່ສຳລັບຜູ້ຂຽນແມ່ນເກັບໄວ້ໃນ Playlist ສຳລັບຟັງຕອນເຮັດວຽກ
Super junior — Marry U
ເພງທີ່ຟັງເກືອບສິບໍ່ອອກ ເພາະບໍ່ຮູ້ພາສາເກົາຫຼີເລີຍ ຍົກເວັ້ນບາງຄຳທີຟັງອອກ ກະອອກຈະຊວນຟິນປານນັ່ງພິມວຽກຢູ່ລະມີໄອດໍ້ມາຂໍແຕ່ງງານ
👉
https://youtu.be/ir-tZS3TaxM
Girl’s Generation — Kissing You
ວ໊າຍຍຍຍຍຍຍຍ….ເພງນີ້ມັນໜ້າຮັກ ຟັງເພີນແຮງ ແບບຄວາມຮູ້ສຶກໄປອ່ອຍບ່າວໜ້ອຍໜຶ່ງແຕ່ແບບພໍງາມ ຂະໜາດຜູ້ຍິງຟັງເອງຍັງລະລາຍ
👉
https://youtu.be/r3yxxe66LXs
Everytime — Chen(EXO) ft. PUNCH
ກັບຕັນຢູ ຄືຈະບໍ່ມີໃຜບໍ່ຮູ້ຈັກລະສໍາລັບຕິ່ງໜັງເກົາຫຼີ ແລະ ເພງທີ່ແບບວ່າທຸກຄົນຮູ້ສຶກມັກ ແລະ ກິນໃຈແຮງກໍແມ່ນເພງປະກອບໜັງເພງນີ້ເລີຍ
👉
https://youtu.be/fTc5tuEn6_U
Say Yes — LOCO&PUNCH
ຟິນນນນນນແຮງສຳລັບເພງນີ້ ແຕ່ວ່າໃຜຫາກຢາກນຳໄປຈິ້ນໃນໜັງອາດຈະມີອຸທານວ່າ ອ້າວ! ເຫີ້ຍ! ບໍ່ຄືທີ່ຟັງເພງນີ້ໄວ້ນິຫວ່າາາາາ ແຕ່ຍອມຮັບວ່າສຽງຂອງ PUNCH ແລະ LOCO ບໍ່ເຄີຍເຮັດໃຫ້ຜິດຫວັງເລີຍ ເພາະວ່າມ່ວນລະມຸນຕະຫຼອດການ
👉
https://youtu.be/6GC8JF2FOgA
Some — Soyou&JungGigo ft.Lil Boi of Geeks
ເພງນີ້ຖ້າໃຜກຳລັງ In love ແນະນຳວ່າມີຟັງເພີນແນ່ນອນ ເພາະນໍ້າສຽງທີ່ສື່ຜ່ານອອກມາເຖິງສິເວົ້າບໍ່ໄດ້ແປບໍ່ອອກກະຕາມ ແຕ່ມັນມ່ວນ ແລະ ຟັງແລ້ວຜ່ອນຄາຍດີ
👉
https://youtu.be/Y-FhDScM_2w
Some — BOL4
ຊື່ຄືກັນ ແຕ່ຄົນລະວົງຈ້າາາາາ ທີ່ຄືກັນອີກກະຄືສິແມ່ນເພງມັນຫວານໆ ສະບາຍໆ
👉
https://youtu.be/hZmoMyFXDoI
7.Perhaps love — Eric nam
ເປັນການ Remake ເພງທີ່ Perfect ຫຼາຍ ແລະ Eric ກະບໍ່ເຮັດໃຫ້ຜິດຫວັງເລີຍ ເຊິ່ງເພງນີ້ແມ່ນອອກລາຍການ ແລະ ເປັນອັນເວົ້າເຖິງຫຼາຍໃນຕອນທີ່ Eric ນຳມາຮ້ອງໃໝ່
👉
https://youtu.be/5W6Tr3wzgMA
My Little Princess — TVXQ
ມັກເພງປະສານສຽງ ຈົບ ແລະ ເພງນີ້ຄືດີ
👉
https://youtu.be/0gvYIQvWwFs
날 알아줄까 — Stella Jang
ເພງນີ້ ເອີ່ມ……ຢ່າງທີ່ເຫັນ ອ່ານອອກແຕ່ແປບໍ່ເປັນ ເປັນເພງທີ່ເປີດຟັງຕອນເຮັດວຽກເພີນໆລະສຸ່ມມາຖືກເອງ ຟັງທຳອິດກະ Ok ເລີຍ ເພາະວ່າມັກສຽງຫວານໆ ທີ່ຟັງແລ້ວສະບາຍຫູ
👉
https://youtu.be/S97Qryt1kfY
Will you Kiss me — G.Na
ໂວ້~ໃຜທີ່ເປັນຕິ່ງໜັງເລື່ອງນີ້ ບໍ່ມີໃຜທີ່ບໍ່ຮູ້ຈັກເພງນີ້ດອກ ເພາະວ່າການທີ່ໜັງເຮັດນັ້ນດັງກໍອາດຈະຍ້ອນເພງດີ ແຕ່ເອ…ຫຼື ຍ້ອນວ່າໜັງມັນດີຈຶ່ງເຮັດໃຫ້ເພງມັນດັງກໍບໍ່ຮູ້ ແຕ່ສ່ວນຕົວແລ້ວມັກເພງນີ້ເພາະຟັງສະບາຍ ສະບາຍ, ເວລາຟັງໄປກະຈິນຕະນາການວ່າໂຕເອງເປັນນາງເອກໄປ Oop!
👉
https://youtu.be/On6taN6wP7U
I need a girl — Taeyang
ເພງນີ້ກໍຕຳນານທີ່ສາຍ Kpop ກະໜ້າຈະຮູ້ຈັກກັນດີ ເພາະວ່າມາກັນຕິ່ງ Taeyang ເຕັມເລີຍຕອນນັ້ນ, ເປັນຍຸກທີ່ໃຜໆກະຕ້ອງມາຮູ້ຈັກ Taeyang
ເພີ່ມເຕີມໃນສ່ວນ Link ທີ່ແປະມາກໍມີເພງ You’re My ຢ່າຟ້າວແປກໃຈເດີ້ເພງ I need a girl ມາທີຫຼັງ ເນື່ອງຈາກຢາກສະໜັບສະໜຸນ Chanel ຫຼັກ
👉
https://youtu.be/nWq4evFjYrU
I just wanna — Eric Nam & Amber
ໂຫຍຍຍຍຍຍ ບໍ່ຢາກຈະເວົ້າວ່າມັນຫວານນນນນສໍ່າໃດ ສຽງຂອງ Eric Nam ເປັນອີ່ຫຍັງທີ່ຜູ້ຂຽນມັກຫຼາຍ ຟັງໄດ້ເພີນໆ ແລະທີ່ສຳຄັນສາວຫຼໍ່ Amber ກໍບໍ່ເຮັດໃຫ້ຜິດຫວັງເລີຍເພາະສຽງເຂົ້າກັນແຮງ ຟັງໄດ້ເພີນຈົນກັບມາ Replay ໃໝ່ພຸ້ນແຫຼະ
👉
https://youtu.be/Dvs1DD1rS_s
Not Spring, Love, or Cherry Blossoms — HIGH4&IU
ແລະສາວ IU ກໍຕ້ອງມີຕິດໃນ List ນຳແນ່ລະ ເພາະຂຶ້ນຊື່ວ່າສາວນ້ອຍສຽງຫວານ ແລະ ເພງນີ້ກໍເໝາະກັບຊ່ວງ Spring ຫຼາຍເພາະວ່າເປັນຊ່ວງທີ່ດອກໄມ້ຕົ້ນໄມ້ກຳລັງເບັ່ງບານແຂ່ງກັນ ຖ້າໄດ້ຟັງເພງນີ້ເພີນໆໃນຊ່ວງນີ້ຈະດີຫຼາຍ
👉
https://youtu.be/ouR4nn1G9r4
Mr Chu — Apink
ແກ໊ງສາວນ້ອຍສີບົວກໍບໍ່ເຮັດໃຫ້ຜິດຫວັງເພາະວ່າເພງນີ້ຄືດີແຮງ ແລະ ເປັນເພງທີ່ເຮັດໃຫ້ໜຸ່ມໆເຂົ້າມາຕິດ Fandom ວົງນີ້ຫຼາຍ
👉
https://youtu.be/fS9xABgSk_g
Only one — BOA
ສາບານໄດ້ວ່າມາຟັງຍ້ອນເຊຮຸນ EXO ມັກຈະໄດ້ຂຶ້ນ Stage ນຳຕອນສະແດງຢູ່ຄອນເສີດ 555 ແຕ່ຜິດຄາດເວີ້ຍ…ເພງມັນດີອະ ຟັງເພີນໆຕອນເຮັດວຽກລະກະຫຼົງຮ້ອງນໍາຈົນໄດ້ ເຊິ່ງເຈ້ Boa(ຂໍອະນຸຍາດໃຜເປັນ FC Boa ເດີ້) ຕ້ອງຍອມຮັບວ່າປະສົບການໃນການເຮັດວຽກໃນວົງການບັນເທິງເກົາຫຼີເພິ່ນແມ່ນມີຫຼາຍໆ
👉
https://youtu.be/PQjovLrnvVo
Hug — TVXQ
ວ໊າຍຍຍຍຍຍຍ ເພງຍຸກກຳເນີດເທບພະເຈົ້າໂລກຕາເວັນອອກ ( 2003 ຫຼື 2004 ນິແຫຼະພີ່ນ້ອງເອີ້ຍ ) ໃສໆສຸດ ແລະ ເມນ Changmin ກໍຫາກໍ 15–16 ໝາດໆ ( ຖ້າຖາມຕິ່ງ Kpop ຍຸກນີ້ຫຼາຍຄົນກະແທບສິບໍ່ຮູ້ຈັກເລີຍ)
👉
https://youtu.be/xQ635vE2RQI
Holding back the tears — TVXQ
ຕ້ອງບອກວ່າເພງຂອງ TVXQ ຈະມີໃນ List ຫຼາຍແນ່ເປັນພິເສດເພາະວ່າໃຫຍ່ມາກັບເພງ TVXQ ຈ້າາາາາ…ເພງນີ້ກໍເປັນອີກເພງໜຶ່ງທີ່ບໍ່ຖ້າເຂົ້າໃຈເນື້ອຮ້ອງກໍສາມາດຮັບຮູ້ຄວາມຮູ້ສຶກທີ່ຜ່ານດົນຕີ ແລະ ນໍ້າສຽງຂອງສິລະປິນໄດ້ດີຫຼາຍ ເຊິ່ງເພງນີ້ກ່າວເຖິງຊີວິດທີ່ອາດຈະພົບກັບຄວາມລໍາບາກ, ຄວາມເສຍໃຈ ຫຼື ເລື່ອງລາວທີ່ຜິດຫວັງ ແຕ່ສຸດທ້າຍເຮົາກໍຕ້ອງກ້າວຂ້າມຜ່ານອຸປະສັກຕໍ່ໄປ
👉
https://youtu.be/shW7s8C4S_s
Talk Love — K.Will
ເກືອບລືມອີກເພງ ທີ່ເຮັດປະຊາຊີທົ່ວເອເຊຍເທໃຈໃຫ້ກັບ ກັບຕັນຢູຊິນກິ ເພງນີ້ມັນຈັ່ງແມ່ນສົດໃສ ຟັງເພີນຕະຫຼອດການເຮັດວຽກ ແຕ່ຢ່າຫຼົງຮ້ອງນໍາເດີ້ ເພາະຖ້າຮ້ອງໄດ້ແປວ່າເປັນຕິ່ງເພງນີ້ແລ້ວຈ້າາາ
👉
https://youtu.be/SdHQkkRc-hc
I don’t know -Apink
ຕ້ອງບອກວ່າເປັນຕິ່ງ Apink ນຳແຫຼະເພາະວ່າມັກຄວາມສົດໃສ ແລະ ໜ້າຮັກ ເຊິ່ງເພງນີ້ກໍເປັນເພງ Debut ຂອງ Apink ທີ່ມີຄວາມໜ້າຮັກສຸດໆໄປເລີຍ
👉
https://youtu.be/_L0O1VJjh_A
I — Taeyeon
ເພງຄຸນນະພາບຈາກສາວນ້ອຍ Taeyeon ແຫ່ງ Girl’s Generation ທີ່ເຮັດໃຫ້ຊາວບ້ານ ຮ້ອງໄອອິໄຢອິໄຢອິໄຢອິໄຢອິອາາາາາ ລວມທັງຜູ້ຂຽນເອງທີ່ບາງຄັ້ງນັ່ງເຮັດວຽກກະຍັງຫຼົງຮ້ອງອອກມາ
👉
https://youtu.be/4OrCA1OInoo
ແລະ ນັ້ນກໍແມ່ນ 20 ເພງຄຸນນະພາບໄວ້ໃນການຟັງສະບາຍໆ ຕອນນັ່ງເຮັດວຽກເພີນໆ. ຖ້າຫາກວ່າໃຜມີເພງແນະນຳທີ່ດີ ທີ່ວ່າເອົາໄວ້ຟັງຜ່ອນຄາຍຕອນເຮັດວຽກກໍ Comment ມານຳກັນຫຼາຍໆເລີຍເດີ້