ຂໍມາຕໍ່ໆຊ່ວງນີ້ເກີດອາການຢາກຂຽນພາສາລາວຂື້ນມາ, ຂໍອະໄພທີ່ເຮັດໃຫ້ຖ້າໂດນ. ຮະຮະຮະຮະ ເກືອບປີໜື່ງຈັງມາອັບເດດ
ມໍປາຍ 3ປີ ທີ່ເມືອງ ເສີນເຈີ້ນ (Shenzhen) ແຂວງ (Guangdong)
ຫຼັງຈາກຕິດແລ້ວ ກະກັບລາວພັກແລ້ງຖ້າເຂົ້້າຮຽນ. ຕັ້່ງແຕ່ຕອນນັ້ນເລີມຮູ້ສຶກໄດ້ເລີຍວ່າທຸກໆເທີມພັກແລ້ງແມ່ນສັ້ນລົງຫຼາຍ.ເວລາຄວາມຍາວຂອງພັກແລງຄືເກົ່າ, ແຕ່ຍ້ອນສະພາບແວດລ້ອມປ່ຽນ ແລະ mindsetຄວາມຄິດກະປ່ຽນໄປນຳ. ຍ້ອນລະບົບຂອງໂຮງຮຽນທີ່ທໍລະຮົດ(ບໍ່ແມ່ນທຸລະກັນດານ ແບບບໍ່ມີຢູ່ມີກິນເດີ້) ແຕ່ເປັນການໃຊ້ລະບົບທີ່ດືງສັກກະຍະພາບຂອງນັກຮຽນອອກມາໄດ້ແບບເຕັມທີ່, ຝຶກໃຫ້ນັກຮຽນມີຄວາມອົດທົນ ແລະ ມີລະບຽບວິໄນ. ສະນັ້ນການຢູ່ໂຮງຮຽນນີ້ເຮັດໃຫ້ລຳບາກຫຼາຍ(ດຽວທັງຫຼັງຊິເລົ່າໃຫ້ຟັງວ່າເປັນຈັງໃດ),ຈົນເຮັດໃຫ້ເວລາກັບລາວແຕ່ລະເທື່ອປານຂື້ນສະຫວັນ ເລີຍເຮັດໃຫ້ເວລາຜ່ານໄປໄວ ຮະຮະຮະ.
ເມື່ອພັກແລ້ງຂອງປີ2012ໃກ້ຊິຈົບ, ຝັນຮ້າຍ ແລະ ຝັນດີຂອງຜູ້ຂຽນກະໄດ້ເລີມຕົ້ນຂື້ນ(ຕອນນັ້ນຄິດວ່າຝັນຮ້າຍ,ທໍລະມານ ແຕ່ດຽວນີ້ແມ່ນຂອບໃຈຄິດວ່າເປັນອັນດີໝົດ). ເປັນຫຍັງຈັງວ່າຝັນຮ້າຍ? ຈາກມຸມມອງໃດຈັງວ່າຝັນຮ້າຍ ແລະ ມຸມມອງໃດຈັງວ່າຝັນດີ. ຂໍເລີ່ມຈາກໂຕບໍ່ດີກ່ອນຊະ, ແລະເຮົາໄປພູ້ນເພື່ອໄປຮຽນສະດ້ານຂໍເວົ້າດ້ານຮຽນກ່ອນ, ຈາກນັ້ນຈັງຈະເວົ້າດ້ານຊິວິດການເປັນຢູ່ ແລະ ກິດຈະກຳ
ດ້ານການຮຽນ
ເມື່ອເປີດສົກຮຽນແລກທີ່ໄດ້ອາໄສຢູ່ໂຮງຮຽນນີ້ແລ້ວ, ກະຮູ້ເລີຍວ່າຮຽນແບບນັກຮຽນຈີນແທ້ໆແມ່ນໂຫດສ່ຳໃດ ແລະ ເຮັດໃຫ້ຮູ້ເລີຍເປັນຫຍັງປະເທດເພີ່ນຄືພັດທະນາໄວປານນີ້. ເພາະການຮຽນຢູ່ຫັນທັງໜັກ ແລະ ໄວແຮງ, ເພື່ອສະໜອງການແຂງຂັນທີ່ສູງທີ່ຕະຫຼາດຕ້ອງການ.
ເຂົ້າຮຽນຊ່ວງເດືອນແລກຢູ່ຫັ້ນແມ່ນບອກເລີຍວ່າໄຫ້ກັບບ້ານທຸກມື້, ເພາະຮຽນບໍ່ຮູ້ເລື່ອງ,ຍ້ອນວ່າທັງຮຽນໄວ, ຮຽນຫຼາຍຢ່າງ ແລະ ຮຽນຫຼາຍຊົວໂມງ(ດຽວຊິເຮັດເປັນຕາຕະລາງໃຫ້ເບິ່ງໃນSectionການໃຊ້ຊິວິດວ່າໃນມື້ໜື່ງເຮັດຫຍັງແນ່). ປື້ມແບບຮຽນທີ່ເຮົາໃຊ້ຢູ່ໂຮງຮຽນເກົ່າເພີ່ນໃຊ້ໜື່ງເທີມຕໍ່ເລັມໜື່ງ, ຢູ່ໂຮງຮຽນນີ້ເດືອນດຽວ, ສະລຸບເທີມໜື່ງຮຽນ4ເຫຼັມ(ຕອນຮຽນຢູ່ລາວປຶ້ມແບບຮຽນເລັມໜື່ງໃຊ້ໝົດປີ). ຍ້ອນວ່າຮຽນບໍ່ທັນເລີຍເຮັດໃຫ້ເສັງພາກຮຽນແລກໄດ້ທີ່18 (ໝົດຫ້ອງມີພຽງແຕ່18ຄົນ). ແຕ່ເກີດມາເຖິງຊິຂີ້ລາຍຈັງໃດກະບໍ່ເຄີຍເສັງໄດ້ທີ່ຕຳ່ແບບນີ້ມາກ່ອນ, ຕອນຮຽນຢູ່ລາວໄດ້ທີ່ໂລສຸດກະທີ່11ຈາກສີ່ສິບປາຍຄົນ,ຕອນຢູ່ນານນິງແຮງໄດ້ທີ່ໜື່ງມາຕະຫຼອດ. ເມື່ອເຈິແນວນີ້ຄັ້ງແລກກະຮູ້ສຶກໂຊ໊ກແຮງ, ແບບຄວາມໝັ້ນໃຈທີ່ສ້າງມາຕອນຢູ່ນານນິງທີ່ໄດ້ທີ່ໜື່ງຕະຫຼອດຖືກທຳລາຍຕອນນີ້. ຕອນພັກກຸດຈີນກັບມາຈົນເຮັດໃຫ້ບໍ່ຢາກກັບໄປຮຽນອີກເລີຍ ແລະ ກະຕອນກັບມານີ້ລະ ໄດ້ລອງໄປຮຽນເພີມພາສາອັງກິດນຳໝູ່ຢູ່ລາວ. ການຮຽນເພີ່ມຄັ້ງນີ້ເຮັດໃຫ້ເຮົາເຫັນຫຼາຍຢ່າງເຊັ່ນວ່າ: ເຮົາຖືເປັນຄົນໂຊກດີຄົນໜື່ງທີ່ໄດ້ໂອກາດຮຽນຟຣີຢູ່ໂຮງຮຽນລາຄາແພງແນວນີ້(ຄ່າຮຽນຄັນຈ່າຍເອົາແມ່ນລວມທັງໝົດປະມານປີລະຫ້າຫາຫົກແສນບາດ),ເຫັນຄົນຢູ່ລາວບາງຄົນບໍ່ມີໂອກາດຊິໄດ້ຮຽນ; ໃຫ້ເຮົາໄດ້ເຫັນອີກຢ່າງໜື່ງແມ່ນໄດ້ເຫັນສັກກະຍະພາບໃນການຮຽນຮູ້ຂອງຕົວເອງໄວຂື້ນເມື່ອທຽບກັບຄົນໃນຫ້ອງຮຽນພາສາອັງກິດດຽວກັນ, ຮຽນອັນໜື່ງອາຈານເວົ້າໃນຄວາມຮູ້ໃດໜື່ງ, ເຮົາສາມາດເຂົ້າໃຈໄດ້ໄວ້ກ່ວາຄົນອື່ນ. ເຊິ່ງໂມເມັ້ນນັ້ນແມ່ນເຮັດໃຫ້ຮູ້ເລີຍວ່າທີ່ຈິງຮຽນຢູ່ຫັນກະບໍ່ໄດ້ເລວແຮງ ຢ່າງໜ່ອຍກະມີໂອກາດຮຽນ ແລະ ໄດ້ຝືກຝົນວິທີການຮຽນຮູ້. ບວກກັບແມ່ກະຢາກໃຫ້ໄປຮຽນຢູ່ຫັນ, ສຸດທ້າຍກະຕັດສິນໃຈກັບໄປຮຽນຕໍ່.