ຖ້າໂດຍປົກກະຕິແມ່ນຄວນໄປພົບຈິດຕະແພດ ພໍຈະໄດ້ຫາສາເຫດຫຼືຈັດຢາໃຫ້ເໝາະສົມ. ໂລກຊຶມເສົ້າ ຖ້າວ່າອາການໜັກ ສ່ວນໃຫຍ່ຈະນອນບໍ່ຫຼັບ ຖ້າສະດວກກໍຊ່ວຍຕິດຕາມການນອນ, ອີກຢ່າງ ໂລກຊຶມເສົ້ານີ້ຕ້ອງຄ່ອຍໆຮັກສາ ບໍ່ຕ່າງກັບໂລກອື່ນໆ ຕ່າງແຕ່ຕ້ອງປົວທີ່ຈິດໃຈ(ຄົນໃນສັງຄົມສ່ວນໃຫຍ່ເບິ່ງຂ້າມໄປ), ໂດຍສ່ວນຕົວກໍບໍ່ຮູ້ວ່າຈະຫາທີ່ປິ່ນປົວຢູ່ໃສໃນລາວ ເພາະຕົນເອງກໍບໍ່ເຄີຍໄປ, ຖ້າຈື່ບໍ່ຜິດຢູ່laoxກໍມີຫົວຂໍ້ທຳນອງດຽວກັນແລະມີຄົນໃຫ້ຄຳແນະນຳສະຖານທີ່ຢູ່. ອີກອັນແມ່ນຄົນອ້ອມຂ້າງຕ້ອງຄິດບວກກ່ອນ ບໍ່ແນ່ໃຈວ່າແມ່ນແທ້ບໍ່ ແຕ່ທີ່ອ່ານຜ່ານໆມາແມ່ນ ໂລກນີ້ອາດຕິດຕໍ່ໄດ້ເຖິງອາດຈະບໍ່ຫຼາຍ ແຕ່ກໍເຮັດໃຫ້ຄົນຄິດລົບໄດ້. ເພາະອິດທິພົນອ້ອມຂ້າງນີ້ ທີ່ອາດເປັນສາເຫດໃຫ້ເກີດອາການດັ່ງກ່າວ ສະນັ້ນຄົນອ້ອມຂ້າງຕ້ອງມີຄວາມຄິດແລະຈິດໃຈໃນດ້ານບວກເສຍກ່ອນ ຈຶ່ງຈະຮັກສາຈິດໃຈຄົນອື່ນໄດ້