ຕາມທີ່ຮູ້ມາ UX ກັບ UI ຕ່າງກັນຫຼາຍ. ເຊິ່ງການສຶກສາທັງສອງຢ່າງນີ້ ຢາກວ່າແຍກວິຊາກັນ ມັນບໍ່ໄດ້ຄ້າຍກັນ.
UX ຄືການສຶກສາພຶດຕິກຳຄົນວ່າຄົນມັກຫຍັງ? ເປັນຫຍັງເຂົາຈຶ່ງມັກ? ເປັນຫຍັງເຂົາຈຶ່ງບໍ່ມັກ?
ມັນຈະຊ່ວຍທັງໃນການຕະຫຼາດ ແລະ ການພັດທະນາ.
ຕ່າງຈາກ UI ທີ່ເປັນສາຍອອກແບບ. ອອກແບບວ່າເປັນຫຍັງມັນຈຶ່ງງາມ? ເປັນຫຍັງມັນຈຶ່ງດີ? ເປັນຫຍັງມັນຈຶ່ງໃຊ້ງ່າຍ.
ເຊິ່ງ UI ບໍ່ໄດ້ມີສ່ວນຮ່ວມຫຍັງກັບການຕະຫຼາດ ຫຼື ຂັ້ນຕອນ post-production ເລີຍ.
ສະນັ້ນ ຈຂກທ ເລືອກກ່ອນເລີຍວ່າຈະສຶກສາອັນໃດ.
ບ້ານເຮົາຕ້ອງການປານໃດ? ສຳລັບ UX ອາດຈະຍັງຕ້ອງການໜ້ອຍ ເພາະເຮົາຍັງບໍ່ມີການພັດທະນາທີພັດທະນາເລີ່ມເອົາໃຈລູກຄ້າແທ້ໆ ແຕ່ UI ເປັນຕ້ອງການຫຼາຍໆໆໆໆໆ.
ແນະນຳຢາກວັດລະດັບ UX/UI ຂອງຕົນເອງ ແນະນຳລອງອັນນີ້ກ່ອນເລີຍ
https://cantunsee.space/