Hello!!!!! ທຸກຄົນ >< ຫຼັງຈາກການ Review ເພງທີ່ຟັງສະບາຍ ສະບາຍຕອນນັ່ງເຮັດວຽກໃນ EP 1 ມາແລ້ວ ມື້ນີ້ກໍຈະມາຕໍ່ກັນທີ່ EP 2 ແລະ ເຊັ່ນເຄີຍທາງເຮົາກໍຈະລວບລວມເພງຕາມຄວາມມັກຂອງເຈົ້າຂອງ Blog ຄືເກົ່າ (--''')........
ແຕ່ວ່າໃນ EP 2 ນີ້ກໍຈະມາແນວສາກົນແນ່ເນາະ ໃຜທີ່ມັກຟັງເພງສາກົນຫຼາຍໆອາດຈະຖືກໃຈບົດຄວາມນີ້ ແຕ່ຖ້າວ່າສົນໃຈແນວ Kpop ກໍສາມາດໄປຕາມນີ້ໄດ້ເລີຍ 👉 https://laox.la/d/622
ມາ! ເຮົາບໍ່ໃຫ້ເສຍເວລາໄປທ່ອງໂລກແຫ່ງສຽງເພງນຳກັນເລີຍ!!!!!
Day 1 - HONNE
ເພງນີ້ຄືມັນດີອີ່ຫຼີ Omg! ມັກທັງເມໂລດີ້ ແລະ ເນື້ອໃນໃຈຄວາມຂອງເພງ. ເພງກໍຈະປະມານວ່າ ການພົບເຫັນເຈົ້າມັນເຮັດໃຫ້ຂ້ອຍຮູ້ສຶກຄືໄດ້ເລີ່ມຕົ້ນຄືກັບ Day 1 .... 😊 ແລະ ຂອບໃຈທີ່ເຂົ້າມາເປັນ Day 1 ຂອງຂ້ອຍ..ກະຈະປະມານນີ້ ( ຫຼືຖ້າເຂົ້າໃຈຫຍັງບໍ່ຖືກກໍຂໍໂທດຂໍອະໄພເນາະ 😂) ສຳລັບເຮົາເອງຫຼາຍທຸກເທື່ອທີ່ໄດ້ຟັງເພງນີ້ກໍຮູ້ສຶກເຂີນ ບໍ່ຮູ້ວ່າຄົນອື່ນເປັນຄືກັນບໍ່ ແຕ່ເພງນີ້ແນະນຳເລີຍ ສຳລັບໃຜທີ່ກຳລັງ In love ຍິ່ງຈະຮູ້ສຶກຟິນຫຼາຍ
👉
https://www.youtube.com/watch?v=hWOB5QYcmh0
Everlasting - Albert Posis
ຫັ່ນແນ່....ເພງນີ້ສາຍແອບມັກ ໃຜເຄີຍຟັງຈະເຂົ້າໃຈຄວາມຮູ້ສຶກຂອງເພງນີ້ດີ ກໍປະມານວ່າເປັນເປັນຄວາມຮູ້ສຶກທີ່ແອບມັກແຕ່ບອກໄປກະຢ້ານເສຍໃຈ ຢ້ານເວົ້າຫຍັງອອກໄປແລ້ວຄວາມສຳພັນທີ່ເປັນຢູ່ຈະປ່ຽນແປງ ເຊິ່ງນັ້ນເປັນເຫດຜົນທີ່ເຮັດໃຫ້ເພງນີ້ເປັນການຮ້ອງຂໍ Everlasting love ຫຼື ຄວາມຮັກຕະຫຼອດການ
👉
https://www.youtube.com/watch?v=uiKEh5q3Pn4
She likes spring, I prefer winter - slchld
ເພງນີ້ອາດຈະເຮັດໃຫ້ຫຼາຍຄົນຍິ້ມແກ້ມແຕກເລີຍລະເພາະວ່າເພງນີ້ອາລົມປະມານວ່າຄົນສອງຄົນທີ່ມີຄວາມມັກບໍ່ຄືກັນແຕ່ມາຢູ່ນຳກັນ ເຮົາກະມັກບໍ່ຄືເຂົາ ເຂົາກະມັກບໍ່ຄືເຮົາ ແລະ ເຖິງຈະຢາກເອົາແຕ່ໃຈ ສຸດທ້າຍກະຍອມເຂົາເຈົ້າຢູ່ດີເພາະວ່າຮັກ ຄືກັບທ່ອນທີ່ຮ້ອງວ່າ
Jasmine, marigold, winter, sol yeah
Which ever blooms first I might call you by that
Whatever you'd like daffodil or tulips 'cause I really don't mind
If that makes you happy then I'll be
Happy too
ດ້ວຍສຽງອັນອ່ອນນຸ້ມ ບວກກັບຄວາມເປັນ R&B ກະເລີຍຖືກເພງນີ້ສອຍເຂົ້າໄປ
👉
https://www.youtube.com/watch?v=NP4uCjpRgf0
Chivalry Is dead - Trevor Wasley
ເພງນີ້ຈະຂໍບອກແຕ່ວ່າ ນີ້ມັນ Cassanova in Gentleman look ນິ...ເພງນີ້ຈັງຫວະເພງມ່ວນ ສ່ວນເນື້ອຫາກະອອກແນວຜູ້ຊາຍທີ່ພາຍນອກເປັນສຸພາບບຸລຸດ ແຕ່ກະເຊື່ອງຊ້ອນຄວາມເລ່ຫຼ່ຽມເອົາໄວ້
👉
https://www.youtube.com/watch?v=37mbT5d1bC8
Comethru - Jeremy Zucker
ເພງນີ້ກະເປັນເພງທີ່ຟັງເພີນໆ ສະບາຍ ສະບາຍ ອາລົມແບບເມື່ອຍລ້າ ແລ້ວຕ້ອງການໃຫ້ເຈົ້າມາຫາ (ແມ່ນບໍ່ວະ ____'')
👉
https://www.youtube.com/watch?v=jO2viLEW-1A
Girls like you - Maroon5
ເນື້ອເພງມັນກະບອກລະເດ I need a girl like you !!!!! ມັກການຫຼິ້ນກິຕ້າໃນເພງນີ້ຫຼາຍຮູ້ສຶກຟັງແລ້ວເພີນ ທີ່ສຳຄັນສຽງ Adam ຢ່າງຫຼໍ່ເລີຍລະ
👉
https://www.youtube.com/watch?v=aJOTlE1K90k
I like me better - Lauv
ເພງນີ້ຄື ດີ!!!!!!!! ເຄີຍໄດ້ຟັງຄັ້ງໜຶ່ງຕອນໄປເລາະຫ້າງແຕ່ບໍ່ຮູ້ຊື່ເພງ ແລ້ວດັນມາເບິ່ງໜັງເລື່ອງ To all the boys i've loved before ແລ້ວໄດ້ຟັງເພງນີ້ຄືຍິ່ງຕິດ ເນື້ອເພງປະມານວ່າການທີ່ຂ້ອຍຢູ່ນຳເຈົ້າມັນເຮັດໃຫ້ທຸກໆຢ່າງໃນຊີວິດຂ້ອຍດີຂຶ້ນ ແລະ ຂ້ອຍມັກຕົວຂ້ອຍໃນຕອນທີ່ມີເຈົ້າຢູ່ຂ້າງໆ.
👉
https://www.youtube.com/watch?v=a7fzkqLozwA
Serendipity - Albert Posis
ວ້າຍຍຍຍຍ...ເພງຊວນໃຫ້ຫົວໃຈຊຸ່ມຊື່ນອີກແລ້ວພີ່ນ້ອງ. ເພງນີ້ເປັນເພງທີ່ຟັງສະບາຍແຮງ ສິນັ່ງເຮັດວຽກ, ຂັບລົດ, ມ້ຽນເຮືອນ ກະຟັງໄດ້ບໍ່ມີເບື່ອແນ່ນອນ. ເພງກະຈະປະມານວ່າຊາຍຄົນໜຶ່ງທີ່ມັກຍິງສາວຕັ້ງແຕ່ຄັ້ງທຳອິດທີ່ເຫັນ ແລ້ວກະໄດ້ແຕ່ບອກກັບໂຕເອງວ່ານີ້ມັນພົມລິຂິດຊັດໆ.
👉
https://www.youtube.com/watch?time_continue=19&v=1ubVAALAldw
Line by Line - PREP feat. Cory Wong & Paul Jackson jr
ເພງຮັກເຮົາຜ່ານມາຫຼາຍແລ້ວ ເພງນີ້ກໍຈະເປັນອາລົມປະມານການຜ່ອນຄາຍ ຫາອອກໄປຍ່າງຫຼິ້ນ Chill chill ຫຼັງຈາກການເຮັດວຽກມາໝົດມື້
👉
https://www.youtube.com/watch?v=unxxm3Q6Ob8
Me & You - HONNE
ຕ້ອງຍອມຮັບເລີຍວ່າເພງຂອງ HONNE ນັ້ນດີເກືອບໝົດທຸກເພງຫຼາຍ ແລະ ເພງນີ້ກໍເປັນເພງໜຶ່ງ ທີ່ມີຄຸນນະພາບ ເຊິ່ງຖ້າເປັນເພງຮັກ HONNE ຈະສາມາດສື່ມັນຜ່ານສຽງເພງໄດ້ດີເລີຍ, ເຊັ່ນດຽວກັນເພງນີ້ກ່າວເຖິງ ການທີ່ຍິງສາວເຂົ້າມາໃນຊີວິດ ມັນເຮັດໃຫ້ຊາຍໜຸ່ມຫວັ່ນໄຫວ ແລະ ມີຄວາມຮູ້ສຶກວ່າຖ້າມີພຽງເຈົ້າກັບຂ້ອຍເຮົາກໍຈະສາມາດໄປໃສກໍໄດ້ທີ່ຢາກຈະໄປ.
👉
https://www.youtube.com/watch?v=3IdxDjtwdCU
Crying over you - HONNE
Honne ກະສົ່ງເພງທີ 3 ເຂົ້າມາຢູ່ໃນໃຈອີກແລ້ວ ແຕ່ວ່າເພງນີ້ເປັນເສົ້າໜ້ອຍໜຶ່ງ ແຕ່ກະໃຫ້ກຳລັງໃຈຄົນທີ່ອົກຫັກປະມານວ່າ
But you’ll find the strength when you’re weak
You’ll find a love when you least expect it
It could be any minute
So don’t fight the tears on your cheek
👉
https://www.youtube.com/watch?v=GdJP11JwLos
I'm so tried - Lauv & Troye Sivan
ໃຜເບື່ອເພງຮັກກະຈະອາລົມດຽວກັບເພງນີ້ ແຕ່ວ່າສຽງຄົນຮ້ອງນີ້ທຸ້ມນຸ່ມໄດ້ໃຈໄປເຕັມໆ
👉
https://www.youtube.com/watch?v=xlEAutFdFxg
Sunflower - Post Malone, Swae Lee
ເພງນີ້ບໍ່ຊ່າງສິໃຫ້ນິຍາມເລີຍ ອາລົມປະມານວ່າເປັນເພງທີ່ໃຫ້ກຳລັງໃຈຄົນທີ່ທໍ້ຕີ້ (ໃຜຄິດວ່າແມ່ນກໍ Comment ຫຼື ອະທິບາຍເພີ່ມໄດ້ເດີ້)
👉
https://www.youtube.com/watch?v=ApXoWvfEYVU
Happier - Marshmello ft. Bastille
ເປັນເພງທີ່ຢາກບອກກັບຄົນທີ່ຮັກ ວ່າເຂົາຕ້ອງການໃຫ້ຄົນທີ່ເຂົາຮັກນັ້ນມີຄວາມສຸກ ກາຣັນຕີເພງນີ້ດີຫຼາຍໆ ໃຜເປັນແຟນຄຣັບ Marshmello ຈະຮູ້ດີ
👉
https://www.youtube.com/watch?v=RE87rQkXdNw
Scars To Your Beautiful - Alessia Cara
ເພງນີ້ເປັນເພງທີ່ກ່າວເຖິງຜູ້ຍິງທຸກຄົນປະມານວ່າ ແຕ່ລະຄົນສົນໃຈໃນຮູບຮ່າງພາຍນອກ ໂດຍທີ່ບໍ່ຮູ້ວ່າຄວາມຈິງແລ້ວ ຄວາມງາມທີ່ແທ້ຈິງແມ່ນມາຈາກຂ້າງໃນຈິດໃຈ ເພາະຄວາມງາມເປັນພຽງເປືອກນອກ
👉
https://www.youtube.com/watch?v=Em7vc8NWUN
Strawberries & Cigarettes - Troye Sivan
ຖ້າສິບອກວ່າຟັງເພງນີ້ແລ້ວ ເຄີ້ມນຳສຽງ Troye ກະໄດ້ຢູ່ຫວາ.. ຄົນອີ່ຫຍັງສຽງນຸ່ມຂະໜາດ ຟັງແລ້ວອົບອຸ່ນຫຼາຍ ເຊິ່ງເພງນີ້ກໍເປັນການບອກເລົ່າຂອງຊາຍໜຸ່ມຜູ້ຫຼົງໄຫຼໃນຍິງສາວຂອງລາວແລ້ວພັນລະນາອອກມາເປັນບົດເພງ
👉
https://www.youtube.com/watch?v=PYI0E_Wr1gM
Younger - Ruel
ເພງນີ້ກ່າວເຖິງຊີວິດຂອງກຸ່ມໝູ່ທີ່ເມື່ອໃຫຍ່ມາແລ້ວ ທຸກຄົນຕ່າງກໍແຍກຍ້າຍກັນໄປໃຊ້ຊີວິດ ແລະ ເດີນຕາມຄວາມຝັນຂອງໃຜມັນ
👉
https://www.youtube.com/watch?v=AiQiEiAPvUw
San Francisco Street - Sun Rai
ເພງຟັງສະບາຍ ສະບາຍທີ່ກ່າວເຖິງການເດີນທາງເທິງຖະໜົນ San francisco (ແຕ່ເຮົາມາປ່ຽນເປັນຄູວຽງ street ກະພໍໄດ້ຢູ່ຕິ 555)
👉
https://www.youtube.com/watch?v=9zEl-FQLI4A
Without you - Oh wonder
ຖ້າໃຜມັກແນວຮ້ອງປະສານສຽງທັງຍິງ ແລະ ຊາຍ, ເຊື່ອວ່າຫຼາຍຄົນຈະມັກເພງນີ້ ເປັນເພງທີ່ເວົ້າເຖິງຄວາມຢ້ານເມື່ອຂາດຄົນທີ່ຮັກໄປ
👉
https://www.youtube.com/watch?v=zLAhRiUeJ8E
All we know - The Chainsmokers ft. Phoebe Ryan
ເພງນີ້ກ່າວເຖິງຄວາມຮັກທີ່ກຳລັງຈືດຈາງລົງ ແລະ ບໍ່ຮູ້ວ່າມັນຈະຈົບລົງຕອນໃດ ໄດ້ແຕ່ໃຊ້ຊີວິດໄປເລື້ອຍໆນັ້ນຄືສິ່ງທີ່ເຂົາຮູ້
👉
https://www.youtube.com/watch?v=lEi_XBg2Fpk
ເອົາເບົາໆກັບ 20 ເພງມາຝາກກ່ອນເນາະເຊິ່ງເປັນເພງທີ່ເຈົ້າຂອງ blog ຟັງເປັນປະຈຳຕອນນັ່ງເຮັດວຽກ ເຊິ່ງຈະຖືກໃຈໃຜແນ່ກໍສາມາດ comment ກັນມາໄດ້ ຫຼື ຫາກວ່າເນື້ອໃນໃຈຄວາມຂອງເພງຕາມທີ່ເຈົ້າຂອງ blog ອະທິບາຍໄປບໍ່ຖືກກໍສາມາດສະແດງຄວາມຄິດເຫັນນຳກັນໄດ້ ເຊັ່ນໃຜມີເພງຫຍັງທີ່ນອກເໜືອຈາກນີ້ກໍສາມາດບອກໄດ້ເນາະ ແລ້ວວ່າງໆກໍຈະໄປເຮັດ EP 3 ຕໍ່ເລີຍ
ຂອບໃຈສຳລັບທຸກທ່ານທີ່ອ່ານ ແລະ ສົນໃຈ