
ຄວາມຈີງກໍຄືເປັນຄົນໜື່ງທີ່ ເຄີຍຄິດວ່າຈະບໍ່ບໍລິຈາກເລືອດເດັດຂາດ ເຫດຜົນກໍຄື ຢ້ານຜົນກະທົບຫຼັງຈາກເອົາເລືອດອອກແລ້ວນັ້ນເອງ!!!
ແລະ ກໍມີຄົນໃກ້ຊິດເວົ້າແຕ່ດ້ານລົບໃຫ້ຟັງ (ຕົນເອງກໍບໍ່ໄດ້ສົນໃຈຊອກຂໍ້ມູນກ່ຽວກັບການບໍລິຈາກເລືອດເລີຍ)
ຈົນມີເອື້ອຍທີ່ຮູ້ຈັກກັນຢູ່ບ່ອນເຮັດວຽກ ໂທມາຫາວ່າ "ນ້ອງເລືອດກຣຸບ ເອແມ່ນບໍ? ນ້ອງຊ່ວຍບໍລິຈາກໃຫ້ພໍ່ເອື້ອຍໄດ້ບໍ?"(ພໍ່ຂອງລາວຕ້ອງການເລືອດດ່ວນ!)
ແລະບໍ່ຮູ້ວ່າອັນໃດດົນໃຈຈື່ງຕອບໄປທັນທີເລີຍວ່າ "ໂດຍໄດ້"
ຫຼັງຈາກຕອບຕົກລົງຊ່ວຍເພີ່ນໄປແລ້ວກໍຄິດລະບາດນີ້ ວ່າເອົາແທ້ຫວະນີ້?? ເພາະບໍ່ເຄີຍໄປບໍລິຈາກຈັກເທື່ອ, ແນ່ນອນວ່າຄວາມກັງວົນເຕັມຫົວໄປໝົດ(ປົກກະຕິບໍ່ຖືກກັບເຂັມປານໃດ555) ກັງວົນຮອດວ່າໄປລະຊິຖາມຈັ່ງໃດ?, ເຮັດແນວໃດກ່ອນ?, ເພີ່ນຈະເອົາອອກຫຼາຍປານໃດ?, ແລ້ວເຮົາຈະເມື່ອຍບໍ?
ຕອນເອົາເລືອດອອກຕ້ອງເກັງແຂນໄວ້ບໍ? ຄຳຖາມບວກຄວາມຢ້ານມາສາລະພັດ ແຕ່ໃນເມື່ອຈັ່ງໃດກໍໄດ້ຮັບປາກເພີ່ນໄປແລ້ວ ກໍຕ້ອງໄດ້ຮັກສາຄຳເວົ້າ.
ດັ່ງນັ້ນ, ຈື່ງໄດ້ມີການກຽມຕົວ ຕາມທີ່ຮູ້ຂໍ້ມູນຢູ່ນ້ອຍໜື່ງ ຄື:
- ບໍ່ດື່ມສີ່ງມຶນເມົາກ່ອນໄປບໍລິຈາກ (ປະມານ 24 ຊົ່ວໂມງ ອັນນີ້ບໍ່ແນ່ໃຈ ແຕ່ຂ້ອຍແມ່ນໄດ້ໄດ້ດື່ມປະມານ 3 ວັນກ່ອນໄປບໍລິຈາກ)
- ສຳລັບເລື່ອງນຳ້ໜັກ ກາຍ 45 ກິໂລ(ອັນນີ້ຜ່ານ)
- ຜ່ານການເປັນປະຈຳເດືອນມາແລ້ວ2-3 ມື້ ຂື້ນໄປ
- ສຸຂະພາບແຂງແຮງດີ, ບໍ່ເຈັບບໍ່ປ່ວຍມາຫຼາຍປີເຕີບ (ຈື່ບໍ່ໄດ້
ພໍຮອດມື້ບໍລິຈາກ ໄປຕາມນັດຕອນປະມານ 8:30 (ແຕ່ຮອດອົງການກາແດງກໍປະມານ 9 ໂມງຍັງ15 ເພາະວົນຊອກສະຖານທີ່ ເພາະບໍ່ເຄີຍໄປ)
- ສູນເລືອດແຫ່ງຊາດ ອົງການກາແດງລາວ ຕັ້ງຢູ່ຊ້າຍສວາຍກັບ ໂຮງແຮມເສດຖາພາລາດ ແລະ ກະຊວງແຮງງານ
- ໄປຮອດແມ່ນຈະມີປ້າຍບອກຂື້ນໄປບໍລິຈາກເລືອດ ທີ່ຊັ້ນ 2
- ຍ່າງຮອດຊັ້ນ 2 ກໍພໍດີແນມເຫັນປ້າຍໜ້າຫ້ອງ ຂຽນວ່າ"ຫ້ອງລົງທະບຽນບໍລິຈາກເລືອດ" (ເຊີ່ງຈະມີບັນດາຜູ່ມາບໍລິຈາກນັ່ງລໍຖ້າຄິດຢູ່)
- ເອົາໃບ ລົງທະບຽນ ບໍລິຈາກເລືອດ ມາຂຽນ ເຊີ່ງມີທັງຟອມທີ່ເປັນພາສາລາວ ແລະ ອັງກິດ (ເທີງໂຕະຈະມີຂັ້ນຕອນການບໍລິຈາກເລືອດຕິດໄວ້ໃຫ້ອ່ານ ແລະ ປະຕິບັດຕາມ)
- ລໍຖ້າຄິດ, ທ່ານໝໍເຈາະເລືອດນ້ອຍໜື່ງໄປວິເຄາະ ແລ້ວກໍວັດແທກຄວາມດັນ, ເພີ່ນກະກຽມຖົງເລືອດ ແລ້ວກໍໄປທີ່ຫ້ອງບໍລິຈາກເລືອດເລີຍ!!
- ຂື້ນຕຽງ ທ່ານໝໍບອກວ່າຈະເຈັບໜ້ອຍໜື່ງເດີ (ຕອນນັ້ນແມ່ນຫຼັບຕາສະໜິດເລີຍ ຮູ້ສຶກເຈັບແປັບໆປະມານ 5 ວິ) ອໍ! ເພີ່ນເປິດເພງໃຫ້ຟັງພ້ອມ ຂໍໄດ້ຕາມໃຈມັກເລີຍ
- ໃຊ້ເວລາປະມານ 10-15 ນາທີ ກໍຖືວ່າແລ້ວ, ແຕ່ເພີ່ນຈະໃຫ້ນອນເທີງຕຽງຕື່ມອີກປະມານ 5 ນາທີ
- ຈາກນັ້ນລຸກໄປກິນອາຫານ ແລະ ນ້ຳທີ່ ເພີ່ນກຽມໄວ້ໃຫ້ ພ້ອມກັບຮັບຢາ ເສີມທາດເຫຼັກໃຫ້ແກ່ຮ່າງກາຍ
- ເຊັນຮັບເສື້ອ ແລະ ບັດບໍລິຈາກເລືອດ (ເຊີ່ງບັດດັ່ງກ່າວ ຫາກທ່ານມາຊື້ເລືອດ ຈະໄດ້ໃນລາຄາທີ່ຖືກກວ່າ ຕົວຢ່າງວ່າ: ເລືອດ 1 ຖົງ 70 000 ກີບ, ທ່ານຈະໄດ້ຈ່າຍພຽງ 20 000 ກີບ)
ກໍຈົບສຳລັບການບໍລິຈາກເລືອດຄັ້ງທຳອິດ ແລະ ກໍຄິດວ່າຈະມີຄັ້ງຕໍ່ໆໄປ, ຈາກການບໍລິຈາກເລືອດໃນຄັ້ງນີ້ແນ່ນອນມັນປ່ຽນຄວາມຄິດຂອງຂ້ອຍຫຼາຍຢ່າງ
- ຄວາມຢ້ານ ໃນການເອົາເລືອດອອກ(ແຕ່ຍັງບໍ່ຖືກກັບເຂັມຄືເກົ່າເດີ)
- ໄດ້ຮູ້ຂໍ້ມູນໃນການບໍລິຈາກເລືອດ ເພີ່ນອະທິບາຍລະອຽດໃນປ້າຍໂຄສະນາ (ຕ້ອງໄດ້ສັງເກດ ແລະ ອ່ານເອງ)
- ຫາກໍຮູ້ວ່າເລືອດ 1 ຖົງຂອງເຮົາທີ່ບໍລິຈາກ ສາມາດຊ່ວຍຄົນໄດ້ຕັ້ງສາມຄົນ (ອ່ານຈາກປ້າຍ)
- ຄວາມຮູ້ກ່ຽວກັບເລືອດເພີ່ມຕື່ມ (ການສ້າງເກັດເລືອດ)
- ການບໍລິຈາກເລືອດມີແຕ່ຜົນດີ
ຂໍ້ມູນອັນໃດທີ່ບໍ່ຖືກຕ້ອງສາມາດແນະນຳໄດ້ເດີ