ຂໍ້ດີ: ມີເວລາຢືດຫຍຸ່ນສາມາດເລືອກເວລາເຮັດວຽກຂອງໂຕເອງໄດ້ ຈະເປີດ-ຈະປິດຕອນໃດກາແລ້ວແຕ່ເຮົາ, ສາມາດປ່ຽນບັນຍາກາດໃນການເຮັດວຽກໄດ້, ບໍ່ເສຍສຸຂະພາບຈິດກັບເພື່ອນຮ່ວມງານແລະຫົວໜ້າທີ່ນິໄສບໍ່ດີ ທີ່ສຳຄັນບໍ່ຕ້ອງເຮັດຕາມຄຳສັ່ງຫຼືກົດລະບຽບຂອງອົງກອນ
ຂໍ້ເສຍ: ມີເວລາຫຼາຍກາອາດຈະກໍ່ໃຫ້ເກີດຄວາມຂີ້ຄ້ານໄດ້ 5555 ລະວັງຂາດວິໄນໃນໂຕເອງ, ຕ້ອງດຸໝັ່ນເປັນພິເສດ ເພາະເຮັດວຽກບໍ່ຂື້ນກັບອົງກອນຕ້ອງບໍລິຫານແລະຄວບຄຸມຫຼາຍຢ່າງດ້ວຍໂຕເອງ, ໃຊ້ເງິນໂຕເອງໃນການລົງທຶນ, ບໍ່ມີຄວາມໝັ້ນຄົງທາງດ້ານການເງິນແບບພວກມະນຸດເງິນເດືອນ ບາງເດືອນວຽກຫຼາຍ ເງິນດີ ບາງເດືອນວຽກໜ້ອຍ ເງິນໜ້ອຍ ອັນນີ້ຕ້ອງຍອມຮັບຄວາມສ່ຽງຈຸດນີ້ໃຫ້ໄດ້…
ສ່ວນໂຕແລ້ວເຈົ້າຂອງເມັ້ນແມ່ນເຮັດວຽກປະຈຳ(ເປັນມະນຸດເງິນເດືອນ555)ແຕ່ມີແຜນວ່າອີກບໍ່ເກີນ 5 ປີຈະອອກໄປເຮັດຟຣີແລນຊ໌ ເພາະເສຍສຸຂະພາບຈິດກັບຫົວໜ້າງານ ແລະ ເພື່ອນຮ່ວມງານຫຼາຍ ຈົນຮູ້ສຶກເບື່ອ ແລະ ອີ່ມກັບວັດທະນະທຳອົງກອນແບບນີ້ ແຕ່ຕິດຢູ່ທີ່ຍັງບໍ່ມີທຶນພໍທີ່ຈະສາມາດອອກໄປລະລ້ຽງໂຕເອງກຸ້ມເທື່ອ ທົນເຮັດໄປກ່ອນຊັ້ນລະ55555