Yline
ຂໍອະໄພທີ່ຕອບຊ້າ laox ບໍ່ຂຶ້ນແຈ້ງເຕືອນໃຫ້ ແລະຂອບໃຈທີ່ພະຍາຍາມຂຽນແລະຮຽບຮຽງໃຫ້ເຮົາເຂົ້າໃຈງ່າຍໆນະ 🙂
ຈາກທີ່ເຈົ້າຂອງກະທູ້(ຫາກໍຮູ້ວ່ານີ້ເອີ້ນວ່າກະທູ້...) ພິມມາ, ເຮົາພໍຈະເຫັນໄດ້ວ່າເຈົ້າຂອງກະທູ້ຮູ້ສຶກອຶດອັດແລະເມື່ອຍຊ່ຳໃດ. ຄົງຈະເປັນເລື່ອງດີຫຼາຍຫາກມີຄົນທີ່ເຂົ້າໃຈຄວາມຮູ້ສຶກຂອງເຈົ້າຂອງກະທູ້ໄດ້ເຕັມຮ້ອຍ.
ໃນຄວາມຄິດຂອງເຮົາ, ເຖິງແມ່ນວ່າຄົນສອງຄົນເກີດບ້ານດຽວກັນ, ເຕີບໃຫຍ່ໃນສັງຄົມແບບດຽວກັນ, ມີນິໄສຄ້າຍກັນ, ມັນກໍ່ເປັນໄປໄດ້ຍາກຫຼາຍທີ່ໃນໃຈຂອງທັງສອງຈະຮູ້ສຶກແບບດຽວກັນເວລາເຈິເຫດການໃດໜຶ່ງ. ເພາະຄວາມຮູ້ສຶກບໍ່ແມ່ນໂຕເລກ, ບໍ່ສາມາດເອົາມາທຽບແບບຊັດເຈນກັບຄົນອື່ນໄດ້. ດ້ວຍເຫັດນັ້ນເຮົາຈຶງບອກໄປວ່າເຮົາອາດບໍ່ເຂົ້າໃຈຄວາມຮູ້ສຶກຂອງເຈົ້າຂອງກະທູ້ໃນຄຳຕອບກ່ອນ. ເພາະຄວາມຄຽດທີ່ເຮົາຮູ້ສຶກອາດບໍ່ແມ່ນຄວາມຄຽດດຽວກັບທີ່ເຈົ້າຂອງກະທູ້ຮູ້ສຶກຢູ່. ເຈົ້າຂອງກະທູ້ຄິດແນວໃດກັບຄວາມຄິດນີ້? ຄິດວ່າຄົນເຮົາສາມາດເຂົ້າໃຈຄົນອື່ນໄດ້ເຕັມຮ້ອຍບໍ? (ນີ້ເປັນພຽງຄວາມຄິດເຮົາ ບໍ່ມີວ່າຜິດຖືກ ຢາກຮູ້ວ່າເຈົ້າຂອງກະທູ້ມີຄວາມຄິດແນວໃດຕໍ່ຫົວຂໍ້ນີ້)
ແຕ່ເຖິງວ່າເຮົາຈະເວົ້າໄປແບບນັ້ນ, ເຮົາກໍບໍ່ໄດ້ໝາຍຄວາມວ່າເຈົ້າຂອງກະທູ້ຄວນທົນສູ້ໄປຄົນດຽວນະ! ອາດຈະບໍ່ເຂົ້າໃຈກັນໄດ້ຮ້ອຍເປີເຊັນ ແຕ່ຄວາມຮູ້ສຶກຢາກຢູ່ນຳກັນ, ເປັນຫ່ວງກັນ, ຢາກເປັນກຳລັງໃຈໃຫ້ກັນ, ຄວາມພະຍາຍາມທີ່ຈະເຂົ້າໃຈກັນນັ້ນເປັນຄວາມຈິງແນ່ນອນ. ຈົນກວ່າຈະຮອດມື້ທີ່ເຈົ້າຂອງກະທູ້ຮູ້ສຶກໂອເຄພ້ອມບອກພໍ່ແມ່ຄົນສະໜິດໄດ້, ຫາກເຈົ້າຂອງກະທູ້ໂອເຄກັບເຮົາ, ເຮົາກໍຢາກເປັນພະລັງໃຫ້ນະ. ອາດບໍ່ຊ່ວຍຫຍັງໄດ້ຫຼາຍແຕ່ເຮົາຂ້ອນຂ້າງໝັ້ນໃຈຄວາມສາມາດໃນການຮັບຟັງຂອງໂຕເອງຢູ່(...)
ເຮົາອາດຈະບໍ່ສາມາດເຮັດໃຫ້ເຈົ້າຂອງກະທູ້ເຊົາຄຽດໄດ້, ແຕ່ຫາກມັນເຮັດໃຫ້ຮູ້ສຶກດີຂຶ້ນສັກນິດເຮົາກະຢາກເຮັດ. ຖ້າຫາກໃນຄຳທີ່ເຮົາເວົ້າໄປ, ມີສິ່ງທີ່ເຮັດເຈົ້າຂອງກະທູ້ຮູ້ສຶກບໍ່ດີ, ຢາກໃຫ້ເຈົ້າຂອງກະທູ້ບອກເຮົາມາໄດ້ເລີຍ, ເຮົາພ້ອມຈະແປງ.
ຖ້າສົນໃຈລົມນຳກັນ ແອັດເຟສບຸ້ກຫຼືທະວິດເຕີ້ ໄດ້ນະ (ເຮົາຈະໃຊ້ທະວິດເຕີ້ຫຼາຍກວ່າເຟສບຸ້ກ)