ທີ່ມາຕັ້ງກະທູ້ເພາະ ເຈົ້າຂອງກະທູ້ຫາກໍຖືກນຳ້ຮ້ອນລວກມາ
ບໍ່ຮູ້ຄືກັນວ່າຄວາມຄິດທີ່ວ່າ ນ້ຳຮ້ອນລວກລະໃຫ້ເອົາຢາສີຟັນມາທານີ້ໄດ້ມາແຕ່ໃສ?
ແຕ່ກໍໄປເອົາມາທາແລ້ວຮຽບຮ້ອຍ ແລ້ວກໍເກີດຄຳຖາມວ່າ: ເຮັດແບບນີ້ຍ້ອນຫຍັງ? ມັນຈະເຊົາແທ້ຫວະ? ຈຸດທີ່ຖືກລວກຈະດີແທ້ຫວະ?
ຈື່ງໄປຊອກຂໍ້ມູນ ແລະ ສະຫຼຸບໄດ້ວ່າ:
- ຢາສີຟັນບໍ່ສາມາດຮັກສາບາດແຜໄດ້ ແຕ່ຊ່ວຍບັນເທົາຄວາມແສບໄດ້ ເພາະມັນມີລິດເຢັນ (ຮູ້ສຶກວ່າ ອາການເຈັບແສບມີນ້ອຍລົງ!), ເຊີ່ງມັນໂອເຄສຳລັບຊັ້ນໜັງກຳພ້າ ຫຼື ໜງັຊັ້ນນອກເທົ້ານັ້ນ (ກໍລະນີຂ້ອຍແມ່ນລວກຊັ້ນໜັງກຳພ້າ)
- ຢາສີຟັນບໍ່ສາມາດຮັດສາບາດແຜຈາກນ້ຳຮ້ອນລວກ ຫຼື ໄຟໄໝ້ ທີ່ເປັນບາດໃຫຍ່ ຫຼື ຮ້າຍແຮງໄດ້ ແຖມເຮັດໃຫ້ບາດເຮົາຕິດເຊື້ອໄດ້ອີກ!!! ແລະ ລາມກວ້າງກວ່າເກົ່າ!
- ຫາກອາການຖືກນຳ້ຮ້ອນລວກ ຫຼື ໄຟໄໝ້ ຮ້າຍແຮງ ຫ້າມທາຢາສີຟັນເດັດຂາດ ເພາະຈະເຮັດໃຫ້ບາດເຈັບ ແລະ ແສບຕື່ມ!!!!
ການຮັກສາຂັ້ນພື້ນຖານ:
- ແຊ່ນຳ້ສະອາດ, ນ້ຳເກືອ, ນົມສົດ ຫຼື ໂຢເກິສ ເພື່ອຂ້າເຊື້ອ ປະມານ 10-15 ນາທີ
- ເອົາຫວ່ານຫາງແຂ້ມາທາແມ່ນຈະດີຫຼາຍ ເພາະວ່າ ຫວ່ານຫາງແຂ້ມີ ສານ Glycoprotein (ໄກຣໂຄໂປຣຕິນ) ທີ່ມີຄຸນລັກສະນະໃນການຮັກສາອາການອັກເສບຂອງຜິວໜັງ, ຂ້າເຊື້ອບາດແຜ ແລະ ຫ້າມເລືອດໄດ້ດີ.
- ຫຼັງຈາກລ້າງບາດແຜສະອາດແລ້ວ ທາຢາ(ຢາທີ່ໃຊ້ສະເພາະທາງ) ຫຼື ໄປພົບແພດໝໍເພື່ອກວດເບີ່ງສະພາບຂອງບາດແຜ
ສະຫຼຸບກໍຄື ຢາສີຟັນບໍ່ໄດ້ຊ່ວຍໃຫ້ບາດແຜຈາກນ້ຳຮ້ອນລວກ ຫຼື ໄຟໄໝ້ ດີຂື້ນ ຫຼື ເຊົາໄວ