ສືບເນື່ອງຈາກກະທູ້ກ່ອນ “ພາວະຄຽດ“ ກໍເປັນເວລາເຄິ່ງເດືອນ ແຕ່ສະພາບຈິດໃຈບໍ່ໄດ້ດີຂຶ້ນແຕ່ຢ່າງໃດ ຊໍ້າຍັງໜັກກວ່າເກົ່າ ແລະ ບໍ່ສາມາດເວົ້າສູ່ຄົນອື່ນຟັງໄດ້ແມ້ແຕ່ຄົນໃນຄອບຄົວ.
ຍິ່ງມື້ນີ້ກັບພົບວ່າບໍ່ແມ່ນເຮົາຄົນດຽວທີ່ພົບບັນຫາຄຽດແຕ່ຍັງມີແມ່ທີ່ພົບບັນຫາດຽວກັນນີ້ນໍາ. ແມ່ມີເລື່ອງໃຫ້ຄິດໜັກທັງຍັງເວົ້າຊໍ້າໆວ່າຢາກຕາຍ ເຮົາເອງໄດ້ຍິນກໍຕົກໃຈທັງປອບທັງຮັບຟັງແລະແລກປ່ຽນຄໍາຄິດເຫັນ ແຕ່ແວັບໜຶ່ງມັນກໍຄິດໄດ້ວ່າສິ່ງທີ່ກຳລັງເວົ້າຢູ່ມັນບໍ່ໄດ້ຊ່ວຍແມ່ເລີຍຍ້ອນເຮົາບໍ່ເຂົ້າໃຈບັນຫາຂອງເພິ່ນແມ້ເພິ່ນຈະອະທິບາຍແຕ່ກໍບໍ່ເຂົ້າໃຈ ເຮົາບໍ່ສາມາດໃຫ້ຄໍາແນະນໍາຫຼືທໍາຄວາມເຂົ້າໃຈໄດ້ວ່າເປັນຫຍັງແມ່ຈຶ່ງເປັນແບບນີ້ ມັນຈຶ່ງເກີດຄໍາຖາມຢູ່ໃນຫົວວ່າແລ້ວເປັນຫຍັງເຮົາຈຶ່ງບໍ່ເຂົ້າໃຈ ຈຶ່ງກັບມາຕຶກຕອງກັບໂຕເອງແລ້ວກໍໄດ້ຄໍາຕອບຄື “ໂຕເຮົາເອງຍັງສັບສົນກັບຄວາມຄິດຂອງໂຕເອງ ແລ້ວຈະເຂົ້າໃຈຄົນອື່ນໄດ້ແນວໃດ“
ເຮົາເກີດຄວາມສັບສົນໃນຫົວຕະຫລອດເວລາ ມັນບໍ່ໄດ້ຫາກໍເກີດຂຶ້ນແຕ່ເປັນມາດົນຫຼາຍປີແລ້ວ ທຳອິດກໍຄິດວ່າຄົງບໍ່ເປັນຫຍັງ ແຕ່ດົນໄປກັບຍິ່ງສະສົມກາຍເປັນຄຽດໜັກຂຶ້ນເລື້ອຍໆ ແລະຍິ່ງມາພົບກັບບັນຫາຂອງຜູ້ເປັນແມ່ ຕອນໄດ້ຍິນວ່າເພິ່ນຢາກຕາຍ ເຮົາເອງໃຈຫາຍ ຕົກໃຈ ແລະ ເສຍໃຈກັບຄໍາທີ່ເພິ່ນເວົ້າ ແຕ່ກັບບໍ່ເຂົ້າໃຈໃນເຫດຜົນຂອງເພິ່ນ ໃນເມື່ອບັນຫານີ້ແກ້ບໍ່ຕົກເັດໃຫ້ເລີ່ມເປັນບັນຫາໃຫຍ່ໃນຄອບຄົວ ບວກກັບທີ່ໂຕເອງມີພາວະຄຽດຢູ່ແລ້ວ ກໍຍິ່ງເຮັດໃຫ້ຄຽດໜັກໄປຕື່ມຈົນເຖິງຂັ້ນລົ້ມໝອນນອນເສື່ອ. ເຮົາກິນບໍ່ໄດ້ນອນບໍ່ຄ່ອຍຫຼັບ ຈົນເປັນໂລກກະເພາະ ຊູບຜອມ ນໍ້າໜັກຫຼຸດລົງ. ອາການອື່ນທີ່ເພີ່ມເຂົ້າມາຄືອ່ອນໄຫວງ່າຍ ຮ້ອງໄຫ້ກັບເລື່ອງນ້ອຍໆຫລືໄຫ້ແບບບໍ່ມີເຫດຜົນ ຮູ້ສຶກເສົ້າຕະຫຼອດເວລາ ໃນຫົວມີຄວາມຄິດຕີກັນຢູ່ຕະຫຼອດ ໜັກໄປອີກຄືວິນຫົວແລະຮາກ.
ມາຮອດນີ້ຄົງຄິດວ່າບໍ່ໄຫວແລ້ວ ມັນຫາທາງອອກດ້ວຍໂຕເອງບໍ່ໄດ້ ຕ້ອງການຜູ້ທີ່ຊ່ຽວຊານໃຫ້ຄໍາປຶກສາແທ້ໆ ຖ້າມີໃຜໃນທີ່ນີ້ຮູ້ຈັກລົບກວນຊ່ວຍບອກແລະແນະນໍາດ້ວຍ.
ກະທູ້ນີ້ຍາວໄປແນ່ ຂອບໃຈຄົນທີ່ຜ່ານມາ ແລະຂອບໃຈຫຼາຍໆເຖິງຄົນທີ່ອ່ານມາຈົນຈົບ ແຕ່ຈະຍິນດີຫຼາຍຫາກມີໃຜຊ່ວຍແນະນໍາຕາມຫົວຂໍ້ກະທູ້ໄດ້. ຂອບໃຈອີກຄັ້ງ