
ກິນຫຍັງດີ? ຄຳຖາມຍອດຮິດ ມື້ນີ້ຂໍແນະນຳຮ້ານເຂົ້າປຽກເຂົ້າ, ເສັ້ນ ໄກ່ ແລະ ໝູ ຢູ່ດົງປ່າລານ
ຮ້ານບໍ່ໃຫຍ່ປານໃດ ນັ່ງໄດ້ປະມານ 20-30 ຄົນ, ກາຍວົງວຽນດົງປ່າລານ ລົງໄປກ່ອນຮອດ ວິທະຍາໄລຄອມເຊັນເຕີ
ຊື່ຮ້ານ ນາງສອນເຂົ້າປຽກ

- ມີ 3 ເມນູຄື: ເຂົ້າປຽກເຂົ້າ, ເຂົ້າປຽກເສັ້ນ ແລະ ເຂົ້າຂາໝູ (ຖ້ວຍນ້ອຍ 10 000ກີບ ແລະ ຖ້ວຍໃຫຍ່ 15 000 ກີບ)
- ລົດຊາດແຊບ ໄດ້ຫຼາຍ
- ບໍລິການໄວ ແລະ ກໍຂາຍໝົດໄວພ້ອມ
- ຮ້ານເປິດ 6 ໂມງເຊົ້າ- ປະມານ 1ໂມງ (ສຳລັບເຂົ້າປຽກຫາກໄປຊ້າກວ່າເວລາ 12 ໂມງອາດຈະບໍ່ມີໃຫ້ກິນແລ້ວ
- ຈ່າຍ ວັນເພລ ໄດ້ເດີ


ສຳລັບໃຜຢູ່ໃກ໊ແຖວນັ້ນ ຄິດບໍ່ອອກວ່າຈະກິນຫຍັງດີ ລອງແວ່ໄປຊິມເບີ່ງເດີ