
ສຳລັບກະທູ້ນີ້ແມ່ນເກີດຂື້ນຍ້ອນໄດ້ບັງເອີນເບີ່ງລະຄອນຂອງປະເທດເພື່ອນບ້ານທີ່ ມີໂຕເອກເປັນອາການທີ່ນອນບໍ່ເລືອກໜ້າ, ຂາດຜູ້ຊາຍບໍ່ໄດ້
ຈື່ງລອງຊອກຂໍ້ມູນກ່ຽວກັບ ໂລກຊະນິດນີ້.
ໂລກຂາດຜູ້ຊາຍບໍ່ໄດ້ ຫຼື Nymphomania (ນິມໂຟມາເນຍ) ແມ່ນອາການປ່ວຍທາງຈິດ ທີ່ຮ່າງກາຍບໍ່ສາມາດຄວບຄຸມຄວາມຕ້ອງການທາງເພດຂອງຕົນໄດ້,
ຈື່ງເຮັດໃຫ້ມີຄວາມຕ້ອງການທາງເພດສູງຫຼາຍ ຫຼື ອາການຫຼົງໄຫຼເລື່ອງທາງເພດນັ້ນເອງ; ອາການດັ່ງກ່າວແມ່ນສາມາດເກີດໄດ້ທັງຍິງ ແລະ ຊາຍ (ສຳລັບຜູ້ຊາຍຈະເອີ້ນວ່າ satyriasis).
1. ລັກສະນະຂອງໂລກນິມໂຟມາເນຍ
- ມີຄູ່ນອນຫຼາຍຄົນ ຫຼື ນອນກັບໃຜກໍໄດ້ ເພື່ອສະໜອງຄວາມຕ້ອງການທາງເພດ
- ມັກຊ່ວຍຕົນເອງ ເພື່ອໃຫ້ສະໜອງຄວາມຕ້ອງການ
- ມັກເວົ້າ ເພດສຳພັນ ແບບໂຈ່ງແຈ້ງ ຫຼື ສະແດງອາການທີ່ພ້ອມຈະມີເພດສຳພັນຢູ່ຕະຫຼອດ
- ມັກສະແດງ, ມັກໂຊ ຂອງສະຫງວນ, ຮູບຮ່າງ ...
- ມັກຄວາມຮຸນແຮງ (ອອກແບບຈິດໆ)
- ມັກເບີ່ງຮູບພາບໂປ້ເປືອຍ ຫຼື ວິດີໂອໜັງໂປ້ ເປັນປະຈຳ
- ໃຊ້ບໍລິການທາງເພດຕະຫຼອດ
- ບໍ່ສາມາດຮັກສາຄວາມສຳພັນຂອງຄຸ່ຮັກ ຫຼື ຄອບຄົວໄດ້...
2. ສາເຫດຂອງ ໂລກນິມໂຟມາເນຍ
- ເກີດຄວາມຜິດປົກກະຕິຂື້ນພາຍໃນສະໝອງ ບໍ່ວ່າ ການປ່ອຍສານ ສື່ນຳປະສາດ (Neurotransmitters) ໃນສະໝອງຫຼາຍກວ່າປົກກະຕິ
- ຮໍໂມນ ອັງໂດຣແຊນ ຫຼ ແອນໂດຣເຈນ (Androgen) ເປັນຮໍໂມນທີ່ມີຜົນຕໍ່ຄວາມຕ້ອງການທາງເພດ ຖ້າຮ່າງກາຍມີຮໍໂມນນີ້ຫຼາຍເກີນໄປ, ມັນຈະສົ່ງຜົນໃຫ້ຄວາມຕ້ອງການທາງເພດສູງຂື້ນ
- ສະພາບແວດລ້ອມ, ເຫດການ ຫຼື ປະສົບການທາງເພດທີ່ຮຸນແຮງ ສ້າງຄວາມເຈັບປວດທາງດ້ານຈິດໃຈ ....
- ການໃຊ້ຢາບາງຊະນິດຫຼາຍເກີນໄປເຊັ່ນ : ແອມເຟຕາມິນ ຫຼື ຢາເສບຕິດ ...
- ອາລົມບໍ່ຄົງທີ່ ຫຼື ຂາດສົມດຸນໃນການຄວບຄຸມອາລົມ ຄ້າຍໆ ໄບໂພລາ
- ກຳມະພັນ (ຫາກມີຍາດພີ່ນ້ອງທີ່ເປັນໂລກດັ່ງກ່າວ ແມ່ນມີຄວາມສ່ຽງຫຼາຍທີ່ຈະເປັນ)
3. ການຮັກສາ
ສຳລັບໂລກ ຂາດຜູ້ຊາຍບໍ່ໄດ້ ຫຼື ນິມໂຟມາເນຍ ແມ່ນຍັງບໍ່ສາມາດຮັກສາໃຫ້ເຊົາຂາດໄດ້
ແຕ່ຜູ້ທີ່ມີອາການດັ່ງກ່າວແມ່ນສາມາດເຂົ້າຮັບການບຳບັດດ້ວຍຍາ ແລະ ການປຶກສາກັບຈິດຕະແພດ ຄຽງຄູ່ກັນໄປ ທີ່ສຳຄັນແມ່ນຄວາມຮ່ວມມື ແລະ ການຊ່ວຍເຫຼືອຂອງຄົນໃນຄອບຄົວ...