
The mystery cafe ເປັນໜື່ງໃນຮ້ານທີ່ລໍຄອຍມາດົນຂັບລົດກາຍໄປກາຍມາເກືອບປີວ່າຈະເປິດຕອນໃດ!! ແຕ່ໃນທີ່ສຸດຮ້ານນີ້ກະເປິດ...
ກ່ອນອື່ນຕ້ອງບອກວ່າຄວາມຄາດຫວັງ ກັບ ຕອນທີ່ໄປຮ້ານແທ້ໆ ບໍ່ໂອເຄປານໃດ ເພາະຄົນໂຄດຫຼາຍ! (ເປິດໃໝ່ແນ່).
- ລາຄາອາຫານ ແລະ ເຄື່ອງດື່ມ ຢູ່ໃນລະດັບທີ່ກາງໆ(ເບີ່ງຢູ່ເມນູ ທີ່ມັກສຸດມີເມນູຊື່ ເບນເນດິກນຳ❤)
- ກາເຟ 9/10 (ອາເມລິກາໂນ) ເມນູອື່ນບໍ່ໄດ້ລອງ.
- ບັນຍາກາດ 8.5/10 (ຕັດອອກເພາະຄວາມສຽງດັງຂອງລູກຄ້າທີ່ດັງກວ່າສຽງເພງ
- ການບໍລິການ 9/10 (ມັກການທັກທາຍ ແລະ ໃຫ້ຂໍ້ມູນຂອງພະນັກງານ, ຕັດອອກ 1 ເພາະອາດຊ້າເນື່ອງຈາກລູກຄ້າຫລາຍ)
- ມຸມຖ່າຍຮູບມີຫຼາຍຢູ່ ແຕ່ຄົນຫຼາຍເກີນໄປຈົນບໍ່ມີອາລົມຖ່າຍຮູບ (ຮູບທີ່ເຫັນລໍຖ້າເກືອບເພີ່ນຈະປິດຮ້ານແລ້ວ)
- ຖ້າຫາກນັ່ງໂຊນນອກຈະໄດ້ຟິວຄືຢູ່ສວນ ແຕ່ວ່າລຳຄານສຽງລົດແລ່ນຂື້ນລົງຈາກຝັ່ງໄອເຕັກ (ບ່ອນຝາກລົດຈັກໄອເຕັກ)
ອີກຢ່າງໜື່ງບໍ່ເຂົ້າໃຈວ່າ ທາງຮ້ານເປັນຫຍັງບໍ່ໃຊ້ພາຊະນະທີ່ເປັນແກ້ວໝົດສຳລັບເມນູເຄື່ອງດື່ມທີ່ລູກຄ້າດື່ມຢູ່ຮ້ານ (ບາງເມນູເປັນຈອກແກ້ວ ບາງເມນູເປັນປາສຕິກ)
/ເສຍດາຍບໍ່ມີນາງແບບ😬/
📍 ບ້ານໂພນທັນ, ຂ້າງກັບໄອເຕັກ
⏰ ວັນຈັນ-ວັນອາທິດ, 7:00-17:00
☎ 020 59888823