ເຊື່ອແນ່ວ່າເມື່ອເຮົາເຫັນໂຕ "X" ໃນເວບໄຊ ຫລື ສື່ອອນໄລນ໌ ເຮົາກໍ່ອົດຄິດບໍ່ໄດ້ວ່າມັນໝາຍເຖິງເລື່ອງ 18+ (ຂ້ອຍນີ້ລະຄິດເອງ 55+) ແລະ ຖ້າເຫັນໃນວິຊາຮຽນ ຫລື ຕຳລາຮຽນກໍ່ຈະໝາຍເຖິງໂຈດທີ່ເຮົາຍັງບໍ່ຮູ້, ບາງບ່ອນກໍ່ໝາຍເຖິງທຸກໆຢ່າງທີ່ບໍ່ມີຂອບເຂດ ຫລື ຂີດຈຳກັດ.
ໃນປະເທດອັງກິດໂຕ "X" ເວລາໃຊ້ລົງທ້າຍຂໍ້ຄວາມ ຫລື ອີເມວ ຫມາຍຖິງ "ຈູບ (Kiss)" ສະແດງຄວາມຮັກ ຫຼື ຄວາມເຄົາລົບຕໍ່ກັນ ເຊິ່ງບໍ່ໄດ້ໃຊ້ສະແດງສະເພາະຄູ່ບາວສາວເທົ່ານັ້ນ ເຮົາສາມາດໃຊ້ໂຕ "X" ເກືອບທຸກຄົນເຊັ່ນ: ຄົນໃນຄອບຄົວ, ຫມູ່, ແລະ ຄົນທີ່ເຮົາບໍ່ຄ່ອຍສະໜິດພ້ອມ... {ລາຍລະອຽດໄປຫາອ່ານເອົາເອງເດີ້}
ແຕ່ໂຕ "X" ໃນຊື່ເວບໄຊ Laox ນີ້ເດ! ເຈົ້າຄິດວ່າມັນໝາຍຄວາມວ່າແນວໃດ? ແລະ ໃນຂົງເຂດອື່ນເດ, ໂຕ "X" ສື່ເຖິງຫຍັງ? ສະແດງຄວາມຄິດເຫັນບອກແນ່.