ຫຼັງຈາກໃຊ້ Modded Google Cam ສຳລັບມືຖື OnePlus ແລະ ມືຖືທີ່ໃຊ້ CPU Snapdragon ຮຸ່ນອື່ນໆມາຫຼາຍປີ
ມື້ວານນີ້ພໍດີມີອັບເດດ Gcam version 6.1 ມາກໍເລີຍລອງໂຫຼດມາເບິ່ງ, ປະກົດວ່າການຕັ້ງຄ່າລະອຽດໂອເວີ້ ລະອຽດຈົນຕັ້ງຄ່າບໍ່ເປັນ 555
ແຕ່ມັນກໍຊ່ວຍໃຫ້ເຂົ້າໃຈລະບົບ AI ຂອງ Google Camera ໄດ້ຫຼາຍຂຶ້ນ
ໂດຍເທັກນິກ (ຈາກການສັງເກດຈາກການຕັ້ງຄ່າ, ການເຮັດວຽກ ແລະ ການເດົາ) ທີ່ AI ມັນໃຊ້ກໍຄື:
ການປັບສີ, ປັບແສງ ຯລຯ ໃຫ້ຮູບ. ໂດຍແອັບຖ່າຍຮູບມັນຈະຖ່າຍຮູບມາເປັນ RAW ແລ້ວໃຫ້ AI ເບິ່ງຮູບ ແລ້ວໃຫ້ AI ຕັດສິນໃຈວ່າ ຮູບນີ້ແມ່ນຮູບຫຍັງ? ມີຫຍັງແດ່ໃນຮູບ? ໂດຍອີງຈາກ Database ຂອງ Google Photo ທີ່ໃຫຍ່ມະຫາສານ ເຮັດໃຫ້ AI ສາມາດຮູ້ໄດ້ວ່າມັນແມ່ນຮູບຫຍັງ ແລ້ວທຳການປັບສີ, ແສງ, exposure ແລະ ອື່ນໆສຳມະປິ, ແລ້ວບັນທຶກຮູບອອກມາເປັນ JPG ໃຫ້ເຮົາເຫັນ. ມັນກໍຊ່ຳກັບ AI ເອົາຮູບ RAW ໄປ process ໃຫ້ເຮົາ ໂດຍທີ່ເຮົາບໍ່ຕ້ອງໄປງົມ process ຮູບເອງທຸກຮູບ.
ຂໍ້ດີຄືໄວ, ງ່າຍ. ຂໍ້ເສຍກໍ ຄືສິບໍ່ເທບ ແລະ ປັບຮູບໄດ້ເໝາະທຸກສະຖານະການຄືຄົນເຮັດ.
ການຫຼຸດ noise ແລະ ເຮັດໃຫ້ຮູບຄົມຂຶ້ນ. ເວລາເຮົາຖ່າຍຮູບ 1 ເທື່ອ, ແອັບ Google Cam ຈະບໍ່ໄດ້ຖ່າຍຮູບພຽງຮູບດຽວ
ໂດຍແອັບຈະຖ່າຍຮູບສູງເຖິງ 45 ຮູບ! ແລ້ວເອົາຮູບ 45 ຮູບນັ້ນມາທຽບໃສ່ກັນ ແລ້ວຫາກເຫັນວ່າຈຸດໃດທີ່ມັນເປັນເມັດໆ ທີ່ຕ່າງກັນໃນແຕ່ລະຮູບ; AI ກໍຈະຮູ້ວ່ານັ້ນແມ່ນ Noise ແລ້ວທຳການລຶບຈຸດພວກນັ້ນອອກ. ເຮັດໃຫ້ຮູບຄົມຂຶ້ນ, noise ຫຼຸດລົງ.
(ການຖ່າຍແຕ່ລະຄັ້ງ ແມ່ນ AI ຈະຖ່າຍສູງສຸດ 45 ຮູບ, ບາງຮູບກໍຖ່າຍໜ້ອຍກວ່າ 45 ຮູບ ຂຶ້ນກັບສະຖານະການ, ແສງ ຯລຯ).
ຂໍ້ດີ: ລຶບ Noise, ຮູບຄົມ ແຕ່ກໍແລກປ່ຽນກັບການປະມວນຜົນທີ່ດົນຂຶ້ນ.
ຖືວ່າ Google ນຳໃຊ້ວິທີການທີ່ບໍ່ໄດ້ເຂົ້າໃຈຍາກຫຍັງເລີຍ ແລະ ໝູນໃຊ້ສິ່ງໂຕເອງມີມານຳໃຊ້. ເຂົາຫົວໄວອີ່ຫຼີ.
ລອງທຽບກ້ອງ Gcam ກັບ Stock cam ໃນ OnePlus 3T
Gcam

Stock

Gcam
ຮູບນີ້ຈະເຫັນປະໂຫຍດຂອງການ Process RAW, ເຮັດໃຫ້ເຮືອນ ແລະ ຟ້າທີ່ຢູ່ນອກປ່ອງຢ້ຽມນັ້ນສາມາດເບິ່ງເຫັນໄດ້
ແຕ່ໂຕ Stock ບໍ່ເຫັນ ຂາວຈົວະເລີຍ ຮະຮະ

Stock

ແຕ່ການທີ່ຮູບຄົມຂຶ້ນໂດຍການໃຊ້ວິທີການ Denoise ກໍມີຂໍ້ເສຍ, ຄືກັບເວລາເຮົາເອົາຮູບມາແຕ່ງໃນ Photoshop ຫາກເຮົາ Denoise ຫຼາຍໆຮູບມັນຈະເບິ່ງເປັນ Vector ເຊິ່ງເຫັນໄດ້ຕາມນີ້:

ຈົບແລ້ວບົດຄວາມນີ້. ບໍ່ຮູ້ຄືກັນວ່າຂຽນມາເຮັດຫຍັງ ຮະຮະ ແຕ່ຂຽນໄວ້ເພື່ອເປັນຄວາມຮູ້ໃຫ້ຄົນທີ່ຢາກຮູ້, ໃຫ້ໂຕເອງ ກັນລືມໄວ້ນຳ