
GHB (Gamma Hydroxybutyric acid) ແມ່ນສານສື່ປະສາດ ທີ່ເກີດຂື້ນຈາກຈຸລັງຂອງຮ່າງກາຍຂອງມະນຸດ ເຊິ່ງຊ່ວຍໃນການໄຫຼວຽນຂອງອົກຊີແຊນໄປສູ່ສ່ວນຕ່າງໆຂອງຮ່າງກາຍ.
GHB ຖືກສັງເຄາະແມ່ນຢາກ່ອມປະສາດ ທີ່ຜູ້ໃຊ້ມັກດື່ມໃນແບບເປັນຂອງແຫຼວ.
ຜົນທີ່ໄດ້ຈາກການຮັບຢາຊະນິດນີ້ ແມ່ນຈະຮູ້ສຶກຜ່ອຍຄາຍ, ຄວາມສາມາດໃນການຫ້າມໃຈມີໜ້ອຍ ຫຼື ເຖີງຂັ້ນຕາຍ ເຊີ່ງມັນຂື້ນຢູ່ກັບປະລິມານຂອງຢາ.
ຮ່າງກາຍຈະດູດຊືມ GHB ໄດ້ດີ ເມື່ອໃຊ້ດ້ວນວິທີກິນ, ຢາຈະເລີ່ມອອກອາການເຫັນຜົນໃນ 5-20 ນາທີ ເຊີ່ງມີໄລຍະເວລາປະມານ 1-3ຊົ່ວໂມງ, ພາຍຫຼັງທີ່ມີການສັກ ຫຼື ກິນຢາດັ່ງກວ່າເຂົ້າໄປແລ້ວ 4-5 ຊົ່ວໂມງ ຈະບໍ່ສາມາດກວດເຫັນໄດ້ໃນນຳ້ຍ່ຽວ.

GHB ມີທັງແບບເປັນເມັດ ແລະ ເປັນຝຸ່ນ ແຕ່ສ່ວນໃຫຍ່ແມ່ນຢູ່ໃນຮູບແບບທີ່ລະລາຍໃນນຳ້ໄດ້, ບໍ່ມີສີ, ບໍ່ມີກິ່ນ