ສັ້ນໆ ງ່າຍໆ ຈາກຄົນທີ່ມີປະສົບການ
-ຢາກໃຫ້ເຈົ້າມີພື້ນຖານຂອງການເປັນລູກນ້ອງ
-ຮຽນຮູ້ຊີວິດໃນສັງຄົມຂອງການເຮັດວຽກບໍລິສັດ
-ຕ້ອງມີເງິນທຶນລະດັບໜຶ່ງໃນການເປີດກິດຈະການໃດໜຶ່ງທີ່ຫຼາຍອີຫຼີ
-ຄ່າຂອງການເປີດເຮັດທຸລະກິດ ຄ່ານ້ຳ ຄ່າໄຟ ຄ່າເງິນເດືອນພະນັກງານ ຄ່າພາສີ ຄ່າກອນ ຄ່າໄວຟາຍ ຄ່າອຸປະກອນ ຄ່າເຄື່ອງຕົກແຕ່ງ ຄ່າອາຫານ ເຄື່ອງອຸປະໂພກ ບໍລິໂພກຕ່າງໆນາໆ ຈັດໄປເລີຍ ຕໍ່ເດືອນ 8-9ຫຼັກ
- ຖ້າຢາກເປັນ start up ອີຫຼີ ກະແນະນຳໃນເລື່ອງຂອງການເບິ່ງແຍງກິດຈະການເຮັດແນວໃດໃຫ້ມັນດີມັນເດັ່ນເປັນທີ່ພຶງພໍໃຈຂອງລູກຄ້າ ແນ່ນອນຖ້າກິດຈະການເຂົ້າໄປດີຄົນອື່ນກະຢາກເຮັດນຳເຮັດຕາມຕໍ່ໆກັນໄປ ເກີດການແຂ່ງຂັນໃນສັງຄົມ ນິແຫລະເຂົາເອີ້ນວ່າການເຮັດທຸລະກິດໃດໜຶ່ງຄັນເຈົ້າເປັນມືດີ ມີຖານລູກຄ້າປະຈຳ ວຽກງານດ້ານນີ້ບໍ່ສັ່ນຄອນແນ່ນອນ