
ຄິດວ່າຄຳນີ້ ຄົງຈະຄຸ້ນຫູບັນດາທ່ານ ເພາະຊ່ວງນີ້ມີກະແສຂ່າວ ກ່ຽວກັບໂລກນີ້ມາເລື້ອຍໆ,
ແລ້ວເຄີຍສົງໄສບໍ່ວ່າມັນເປັນໂລກພະຍາດແບບໃດ ເປັນຫຍັງຄືມີຈຳນວນຄົນທີ່ເປັນໂລກນີ້ຫຼາຍຂື້ນເລື້ອຍໆ.
ສະນັ້ນ, ຈື່ງຢາກເອົາເລື່ອງຂອງ " ໂລກຊຶມເສົ້າ" ມາບອກເລົ່າສູ່ກັນຟັງ
1. ໂລກຊຶມເສົ້າ ແມ່ນອາການທາງຈິດ ຊະນິດໜື່ງ, ຊື່ງສາເຫດຫຼັກເກີດມາຈາກ ຄວາມຜິດປົກກະຕິຂອງສານເຄມີໃນສະໝອງ
ທີ່ເຮັດໃຫ້ຜູ້ປ່ວຍມີຄວາມຜິດປົກກະຕິທາງອາລົມ (ມີຄວາມຄິດໃນທາງລົບກ່ຽວກັບຕົນເອງ). ໂລກຊຶມເສົ້າ ໂດຍທົ່ວໄປສາມາດຮັກສາໃຫ້ເຊົາໄດ້ ໂດຍການໃຊ້ຍາ, ການຮັກສາທາງຈິດໃຈ (ພົບແພດສະເພາະດ້ານ) ຫຼື ຮັກສາທັງ 2 ແບບຮ່ວມກັນ.
2. ອາການຂອງໂລກຊຶມເສົ້າ
- ຮູ້ສຶກເສົ້າ, ໂດດດ່ຽວ, ຫົດຫູ່, ມີອາການຊຶມ
- ເບື່ອໜ່າຍການໃຊ້ຊີວິດ
- ນອນບໍ່ຄ່ອຍຫຼັບ, ໂມໂຫງ່າຍ, ອາລົມຮຸນແຮງບໍ່ຄົງທີ່
- ສະເທືອນໃຈງ່າຍ
- ມີຄວາມຄິດຢາກຕາຍ
- ບໍ່ມີຄວາມໝັ້ນໃຈໃນຕົວເອງ, ຄິດທາງລົບກັບຊີວິດຕົນເອງ.
3. ສາເຫດທີ່ເຮັດໃຫ້ເປັນໂລກຊຶມເສົ້າ
- ຄິດຫຼາຍ, ມີຄວາມຕຶງຄຽດ
- ການພົບກັບຄວາມສູນເສຍທີ່ທຳຮ້າຍຈິດໃຈຢ່າງຮຸນແຮງ
- ສະພາບຈິດໃຈຈາກການລ້ຽງດູເບີ່ງແຍງ
- ຄວາມສຳພັນກັບຄົນໃກ້ຄຽງບໍ່ເປັນໄປຕາມຫວັງ
- ຄວາມສ່ຽງທາງກຳມະພັນ...
4. ວິທີການຮັກສາ
- ຮັກສາດ້ວຍຍາ
- ຮັກສາດ້ວຍວິທີການ ຈິດບຳບັດ/ພົບຈິດຕະແພດ/ (ບໍ່ຮູ້ວ່າຢູ່ລາວມີໝໍສະເພາະດ້ານນີ້ບໍ?)
- ການຮັກສາດ້ວຍໄຟຟ້າ (ວິທີນີ້ໃຊ້ກັບຜູ້ທີ່ມີອາການຂັ້ນຮຸນແຮງ)
ສຳລັບຂໍ້ມູນໃດທີ່ບໍ່ຈະແຈ້ງ ຫຼື ບໍ່ຖືກຕ້ອງ, ລົບກວນບັນດາທ່ານສະແດງຄວາມຄິດເຫັນຮ່ວມກັນໄດ້