ສະບາຍດີ ເລດີສ໌ ແອນ ເຈນເທິລເມັນ, ໂດຍສະເພາະ ເລດີສ໌.
ມື້ນີ້ ຂ້າພະເຈົ້າຈະມາແບ່ງປັນປະສົບການອັນໜ້າລະທຶກຂວັນໃນການໄປ ກວດພາຍໃນ ເປັນເທື່ອທຳອິດໃນຊີວິດ!
ທີ່ຕັດສິນໃຈໄປ ແມ່ນເພື່ອກວດ Pap Smear (ກວດມະເຮັງປາກມົດລູກ) ແລະ ສັກຢາກັນມະເຮັງປາກມົດລູກ. ຢາກຂໍແນະນຳໃຫ້ຜູ້ຍິງທຸກຄົນໄປສັກຢາກັນມະເຮັງປາກມົດລູກໄວ້ແຕ່ເນີ່ນໆ. ແຮ່ງໄປສັກໄວເທົ່າໃດແຮ່ງດີ. ສັກກັນໄວ້ແຕ່ຕອນຂຶ້ນສາວໃໝ່ໆ ໂດຍສະເພາະຖ້າວ່າຍັງບໍ່ເຄີຍມີເພດສຳພັນ ແຮ່ງຈະມີປະສິດທິພາບ. ລົມກັບໝໍມື້ນີ້ເພິ່ນກໍວ່າຖ້າບໍ່ທັນມີເພດສຳພັນ ໂອກາດເກີດມະເຮັງຈະໜ້ອຍວ່າ, ເລີຍບໍ່ຈຳເປັນຕ້ອງກວດ Pap Smear ແລະ ມີແຕ່ສັກຢາເລີຍກໍໄດ້.
ເລືອກທີ່ຈະໄປກວດຢູ່ LMC Clinic ທີ່ຢູ່ແຖວຕະຫຼາດທົ່ງຂັນຄຳ (ແຜນທີ່: https://goo.gl/maps/oX7sK6jPi2hYJ6ja7). ບອກເລີຍວ່າກ່ອນໄປກວດ ໂຕເອງກະໂຄດຊິລ ລະກະຮູ້ສຶກວ່າກຽມພ້ອມສຸດໆ. ໄປກັບໝູ່ຜູ້ຍິງອີກຄົນໜຶ່ງ ລາວກໍໄປເພື່ອກວດພາຍໃນ ແລະ ຂໍຄຳປຶກສາຈາກໝໍເລື່ອງບັນຫາສຸຂະພາບຕ່າງໆ.
ເມື່ອໄປຮອດ ກໍຕ້ອງໄປລົງທະບຽນດ້ວຍບັດປະຈຳຕົວ, ຊັ່ງນ້ຳໜັກ, ແທກຄວາມດັນ ແລະ ແທກໄຂ້. ຫຼັງຈາກນັ້ນກໍໄປນັ່ງຖ້າໃຫ້ເພິ່ນເອີ້ນຊື່ເຮົາ.
ຫຼັງຈາກຖືກເອີ້ນຊື່ ເຂົ້າໄປໃນຫ້ອງທ່ານໝໍ ກໍຈະມີທ່ານໝໍຜູ້ຊາຍຜູ້ໜຶ່ງ ແລະ ຜູ້ຊ່ວຍທີ່ເປັນແມ່ຍິງຜູ້ໜຶ່ງ. ຫ້ອງສີຂາວ, ສະອາດສະອ້ານ ແລະ ທັນສະໄໝ, ເຫັນແລ້ວໝັ້ນໃຈ ບໍ່ມີຢ້ານຈັກໜ້ອຍ (ສາບານວ່າບໍ່ໄດ້ commission ຈັກກີບ). ໝໍກໍຈະເລີ່ມດ້ວຍການຖາມຄຳຖາມພື້ນຖານຕ່າງໆ ປະຈຳເດືອນມາເທື່ອຫຼ້າສຸດມື້ໃດ? ມີອາການຄັນເວລາເປັນລົງຂາວບໍ່? ສ້າງຄອບຄົວແລ້ວບໍ? ເຄີຍມີເພດສຳພັນບໍ່? ຖ້າວ່າເຄີຍມີ ເພິ່ນຈະແນະນຳໃຫ້ກວດ Pap Smear ກ່ອນສັກຢາ, ແຕ່ຖ້າບໍ່ມີແມ່ນສັກຢາເລີຍກໍໄດ້. ເລື່ອງພວກນີ້ບໍ່ຄວນຕົວະໝໍເດີ, ຄວນບອກໄປຕາມຄວາມຈິງ. ບໍ່ຕ້ອງອາຍເລີຍ ເພາະວ່າໝໍເຄີຍເຈິມາເປັນພັນໆເຄສແລ້ວ.
ເມື່ອຮອດເວລາກວດ ກໍຈະໄດ້ຂຶ້ນນັ່ງຕັ່ງທີ່ມີລັກສະນະປະມານນີ້: (ບໍ່ກ້າຖ່າຍຮູບຈາກໃນຄລີນິກມາ ແຕ່ວ່າຕົວຈິງກໍປະມານນີ້)
ຕົກໃຈບ່ອນວ່າມີກ້ອງຕັ້ງໄວ້ແນໃສ່ຈິມິເຕັມໆເລີຍ ລະກະມີໜ້າຈໍໃຫຍ່ເຕີບໃຫ້ເບິ່ງແບບ real-time ຕໍ່ໜ້າຕໍ່ຕາ ແລະ ເຕັມໆຕາ ຮະຮະ. ບໍ່ເຄີຍເຫັນຂອງໂຕເອງແບບໂຄລສອັບແບບນີ້ຈັກເທື່ອ ກວດໆໄປກະມີການຊູມເຂົ້າໄປອີກ ຮະຮະ.
ການກວດ Pap Smear ແມ່ນເປັນການເກັບຕົວຢ່າງຂອງຈຸລັງທີ່ຢູ່ໃນນ້ອງຮັກຂອງເຮົາໄປກວດຊອກຫາເຊື້ອມະເຮັງ. ທຳອິດໝໍກໍຈະໃຊ້ອຸປະກອນເພື່ອເປີດຊ່ອງຄອດຂອງເຮົາໜ້ອຍໜຶ່ງ. ໜ້າຕາເປັນຕາຢ້ານປະມານນີ້:
ໜ້າຕາອາດຈະເປັນຕາຢ້ານ ແຕ່ກໍບໍ່ໄດ້ເຈັບຫຍັງ (ໝໍບໍ່ໄດ້ຍັດເຂົ້າໄປໝົດນັ້ນດອກ, ບໍ່ຕ້ອງຫ່ວງ 555) ມີແຕ່ຈະຮູ້ສຶກຢ້ານໆໄປເອງວ່າມີຫຍັງແປກໆ ເປັນເຫຼັກໆ ເຢັນໆ. ສຳຄັນສຸດແມ່ນຕ້ອງຜ່ອນຄາຍ ບໍ່ຊັ້ນອາດຈະເຮັດໃຫ້ເຈັບໄດ້. ເມື່ອເປີດຊ່ອງຄອດແລ້ວ ກໍຈະສົ່ງສຳລີກ້ອນ ແລະ ສຳລີແບບກ້ານເຂົ້າໄປເພື່ອເກັບຕົວຢ່າງຈຸລັງທາງໃນ. ໝໍມືເບົາຫຼາຍ ບໍ່ຮູ້ສຶກເຈັບເລີຍ. ໃຊ້ເວລາປະມານຫ້ານາທີກໍແລ້ວ. ຕ້ອງໄດ້ຖ້າປະມານ 2 ອາທິດ ຜົນກວດຈຶ່ງຈະອອກ.
ຫຼັງຈາກນັ້ນກໍກຽມຕົວໄປສັກຢາກັນມະເຮັງປາກມົດລູກໄດ້ເລີຍ. ມີທັງໝົດສາມເຂັມ, ແຕ່ວ່າສັກເທື່ອລະເຂັມ. ເຂັມທຳອິດແມ່ນມື້ນີ້, ເຂັມທີສອງແມ່ນ 2 ເດືອນຈາກມື້ນີ້ (ເດືອນ 12), ແລະ ເຂັມທີສາມແມ່ນ 6 ເດືອນຈາກມື້ນີ້ (ເດືອນ 4 ປີໜ້າ). ສຳຄັນທີ່ສຸດແມ່ນຕ້ອງກັບມາສັກຢາໃຫ້ຖືກຕາມໝໍນັດ. ຈະໄດ້ໃບຕິດຕາມໄວ້ພ້ອມ, ເທື່ອຕໍ່ໄປໃຫ້ເອົາມານຳ.
ຢາກບອກວ່າກຽມໃຈໄວ້ແລ້ວວ່າມັນຕ້ອງປວດແຂນແຫຼະ ແຕ່ວ່າບາດສັກແທ້ໆກໍບໍ່ປວດຫຼາຍເທົ່າທີ່ຄິດ. ເຄີຍສັກຢາກັນຕັບອັກເສບບີ ອັນນັ້ນປວດຈົນແຂນລ່ອຍ.
ແຕ່ອາການໜຶ່ງທີ່ເຫັນຜົນທັນທີແມ່ນ ປວດຮາກ!!
ພໍແຕ່ສັກຢາແລ້ວ ຍ່າງມານັ່ງຖ້າຈ່າຍເງິນ, ພໍແຕ່ນັ່ງລົງກໍເກີດອາການວິນຫົວປວດຮາກທັນທີ. ຄິດວ່າໂຕເອງຊິບໍ່ລອດແລ້ວ. ຈົນໄດ້ຍ່າງໄປຫ້ອງນ້ຳ ຕັ້ງໃຈວ່າຊິຮາກອອກ ແຕ່ມັນກໍບໍ່ອອກ, ແຕ່ອາການກໍດີຂຶ້ນຫຼາຍ ເລີຍກັບໄປຈ່າຍເງິນ. ຄືຊິເປັນຍ້ອນປະສົບການໃນມື້ນີ້ມັນມີຫຼາຍຢ່າງເກີດຂຶ້ນພ້ອມກັນ, ທັງກວດພາຍໃນ ທັງສັກຢາ. ສ່ວນຕົວເປັນຄົນຢ້ານເຂັມຢູ່ແລ້ວ ເລີຍຊັອກ ຫຼືແນວໃດ ຮະຮະ. ແຕ່ພໍມາອ່ານໃບກຳກັບຢາທີ່ເຂົາເຈົ້າສັກໃຫ້ ມັນກໍລະບຸວ່າ ອາການວິນຫົວ ປວດຮາກ ເປັນອາການທີ່ເກີດຂຶ້ນເລື້ອຍ ໃນໝູ່ແມ່ຍິງທີ່ໄດ້ສັກຢາໂຕນີ້.
ຈ່າຍເງິນໄປທັງໝົດ 1,550,000 ກີບ. ໃນນັ້ນມີຄ່າກວດ Pap Smear 240,000 ກີບ, ຄ່າໝໍກວດແບບສ່ອງກ້ອງ 160,000 ກີບ, ແລະ ຄ່າສັກຢາກັນມະເຮັງປາກມົດລູກ ທຳອິດຄິດວ່າທັງໝົດສາມເຂັມ 1,150,000 ກີບ, ແຕ່ທີ່ຈິງແລ້ວແມ່ນເຂັມດຽວ!!! ແຈບເລີຍ. ມີຮູບປາກມົດລູກໃຫ້ເປັນທີ່ລະນຶກພ້ອມ ຮະຮະ. ເອົາໄວ້ຕິດຝາຫ້ອງ ພ້ອມແຮັຊແທັກ #FirstTime. ຖືວ່າເປັນປະສົບການທີ່ລືມບໍ່ລົງແນ່ນອນ.
ຢາກສົ່ງເສີມໃຫ້ແມ່ຍິງທຸກຄົນໄປກວດພາຍໃນ ທຸກໆ 1-3 ປີ. ມັນບໍ່ແມ່ນເລື່ອງໜ້າອາຍ. ບໍ່ຕ່າງຫຍັງກັບການໄປເຈາະເລືອດກວດສຸຂະພາບປະຈຳປີເລີຍ. ຕາມສະຖິຕິຂອງອົງການອະນາໄມໂລກ (WHO) ໃນປີ 2018 ມີແມ່ຍິງກວ່າ 570,000 ຄົນ* ທີ່ກວດພົບວ່າເປັນມະເຮັງປາກມົດລູກ (Cervical Cancer). ຄົນທີ່ບໍ່ເຄີຍມີເພດສຳພັນເລີຍ ກໍມີໂອກາດເປັນຄືກັນ. ສະນັ້ນ ໄປກວດກັນເທາະ ເພື່ອສຸຂະພາບ ແລະ ຮ່າງກາຍຂອງເຮົາເອງ. ໂດຍສະເພາະຄົນທີ່ມີອາການແປກໆຕ່າງໆ ຄວນໄດ້ຮັບຄຳປຶກສາຈາກແພດ. ບາງຄົນຄິດວ່າບໍ່ຢາກໄປກວດຍ້ອນວ່າຢ້ານກວດພົບພະຍາດນັ້ນນີ້, ແຕ່ສ່ວນຕົວຄິດວ່າ ການໄປກວດແລ້ວຮູ້ວ່າມີພະຍາດຕັ້ງແຕ່ໄລຍະທຳອິດມັນເປັນການດີ ເຮົາຈະໄດ້ຮີບປິ່ນປົວໃຫ້ມັນເຊົາ ກ່ອນທີ່ມັນຈະຊ້າເກີນໄປ.
*ແຫຼ່ງຂໍ້ມູນ: https://www.who.int/cancer/prevention/diagnosis-screening/cervical-cancer/en/
ປ.ລ. ແນະນຳໃຫ້ຕິດຕາມຮອບປະຈຳເດືອນຂອງຕົວເອງຢູ່ສະເໝີ. ສ່ວນຕົວໃຊ້ແອັພ Flo (ສີບົວໆ) ທີ່ຊອກໄດ້ງ່າຍໆໃນ Appstore. ມັນຈະໃຫ້ເຮົາບັນທຶກອາການຕ່າງໆຂອງຮ່າງກາຍ ແລະ ປັດໄຈຕ່າງໆເຊັ່ນ ການດື່ມນ້ຳ, ການນອນ, ອາລົມໃນແຕ່ລະມື້, ການອອກກຳລັງກາບ ແລະ ອື່ນໆ ເພື່ອທີ່ຈະເອົາໄປຄາດຄະເນວ່າສຸຂະພາບເຮົາເປັນແນວໃດ, ປະຈຳເດືອນໃນເດືອນໜ້າຈະມາປະມານມື້ໃດ, ໄຂ່ຕົກປະມານມື້ໃດ. ເປັນປະໂຫຍດໃຫ້ແກ່ແມ່ໆທີ່ກຳລັງວາງແຜນທີ່ຈະມີລູກພ້ອມ.