L (line) ເປັນຂາແຮງດັນໄຟ 220v (ຕາມປົກກະຕິຫມໍ້ແປງເຮົາຈະມີ3line. L1. L2.L3 ແຕລະ line ຈະມີ 220vລວມກັນຈະເປັນ380v-400v ຫລືເຮົາເອີ້ນວ່າໄຟ0.4kv)
N (neutral) ເປັນຈຸດສູນກາງເຊື່ອມຕໍ່ຂົດລວດຂອງຫມໍ້ແປງທັງ3ເຟັສເແຮງດັນເຟັດເທົ່າກັບ 0v
G (ground) ຈະເປັນ0v ເພາະເອົາດິນເປັນຈຸດອ້າງອິງທາງໄຟຟ້າ ອາໃສຄວາມຕ້ານຂອງດິນ
N ກັບG ຕ່າງກັນແນວໃດ
- N ເປັນຈຸດສູນກາງຂອງແຮງດັນເຟັສ ຂອງແຕ່ລະເຟັສຂອງຫມໍ້ແປງໄຟຟ້າ ເທົ່າກັບ 0v (ຖ້າເຮົາໃຊ້ໄຟຫມໍ້ແປງແຕ່ລະເຟັດບໍທໍ່ກັນ N ຈະມີແຮງດັນໄຟບໍເທົ່າກັບ 0v ອາດຈະມີໄຟ1-100vຕາມກໍລະນີ)
G ທີ່ຕໍ່ເຂົ້າກັບ N ຢູ່ຫມໍ້ແປງກະເພື່ອບໍໃຫ້ N ມີແຮງດັນໄຟ້າ ໃຫ້N: 0v ເພື່ອບໍໃຫ້ເປັນອັນຕະລາຍຕໍອຸປະກອນເຄື່ອງໃຊ້
ເປັນຫຍັງຕ້ອງມີຂາL.ຂາNຂາG ສຳລັບເຄື່ອງໃຊ້ບາງຊະນິດມີລາຄາແພງ ແລະ ເປັນອັນຕະລາຍຕໍ່ຜູ້ໃຊ້ສະນັ້ນສະຈຳເປັນຕ້ອງມີ3ຂາl-n-g ເຊັ່ນ. ເຄື່ອງສື່ສານ. ຕູ້ເຢັນ. ຫມໍ້ນໍ້າອຸນ.ເຕົາລີດ.ຫມໍ້ຫຸງເຂົ້າຕິກນຳຮ້ອນ ຂາG ຈະເຮັດຫນ້າທີ1. ຫລຸດແຮງດັນໄຟຂອງຂາNໃຫ້ເທົ່າກັບ0v . 2. ປ້ອງກັນໄຟສະຖິດບໍໃຫ້ຊ່ອດຄົນເວລາເຮົາສຳພັດອຸປະກອນທີ່ຊັກນຳໄຟ້າ ເຊັ່ນຕູ້ເຢັນໄຟມັກດູດ. 3. ເວລາໄຟລັດວົງຈອນຂອງເຄື່ອງຂາG ກະເປັນນຳກະແສລົງດິນລົດຄວາມອັນລາຍລົງ (ຕ້ອງຕໍລະບົບດິນໃຫ້ໄດ້ມາດຕະຖານ)
ເຮົາຈະຮູ້ແນວໃດວ່າຂາໃດເປັນ L ຂາໃດ ເປັນ N. 1 ໂມງວັດແທັກ. 2ໄຄຄວງຢາມໄຟ ຂາໃດຮຸ່ງຂານັ້ນແມ່ນຂາL ຂາໃດບໍຮູ່ງແມ່ນN
ກໍລະນີບໍຮູ້ຈຳແນກLກັບ N ຈະມີຜົນກະທົບຕອຸໍປະກອນແນ່ນ່ອນ(ສະເພາະໄຟ1p220vສ່ວນຫລາຍຈະບໍ່ຜົນກະທົບປານໃດ ຖ້າຕໍ່ບໍຖຶກກະຈະບໍທຳງານບາງອຸປະກອນເຊັ່ນປະເພດມີຂົດລວດ ດອກໄຟມີບາລາດ .ໄຟ 3ເຟັສ3line 380v ຖ້າຕໍ່L ກັບNບໍ່ຖຶກອາດເຮັດໃຫ້ອຸປະກອນໄຫມ້ໄດ້
ຖ້າເຮົາຈະເອົາໄຟໄປໃຊ້1p 220v ຈະຕ້ອງດຶງໄຟໄປ2ເສັ້ນ L.N. ຖ້າເຮົາຈະເອົາ3p 380v ໄປໃຊ້ຈະຕ້ອງດຶງໄຟໄປ4ເສັ້ນl1.l2.l3- N
ຂາG ໃຊ້ແທນຂາN ໄດ້ (ຖ້າຫມັ້ນໃຈລະບົບດິນຂອງຂາ G ໄດ້0-1ໂອມຕະຫລອດ)