ຄົນມີແຟນກະເຮັດຫຍັງຄືຄົນທົ່ງໄປນິແຫລະ ຕ່າງແຕ່ວ່າຕ້ອງຮັບຜິດຊອບຫົວໃຈຂອງອີກຄົນໜື່ງໃຫ້ເຂົາມີຄວາມສຸກ ເຂົາມີຄວາມສຸກເຮົາກະມີຄວາມສຸກນຳ ແຕ່ບາງເທື່ອເຮົາກະເບື່ອກັບສິ່ງທີ່ມັນເຮັດ 555 ແຕ່ກະຕ້ອງທຳໃຈແນວເຮົາມີເຂົາເຂົ້າມາໃນຊີວິດແລ້ວ ຊິເຮັດແນວໃດໃຫ້ເຂົ້າກັນໄດ້ກະເຮັດ
.......... ຢາກຝາກໄວ້ວ່າຕອນຮຽນຕອນມີໝູ່ທີ່ສາມາດໄປໄສມາໄສນຳກັນໄດ້ບໍ່ຈຳເປັນເລີຍເລື່ອງແຟນແຕ່ພໍຮຽນຈົບໝູ່ຕ່າງຄົນຕ່າງໄປເຮັດວຽກຕ່າງມີເວລາໜ້ອຍລົງມາຫາກັນຍາກຂື້ນ ແຟນນິຫລະຈະເປັນໝູ່ທີ່ຮູ້ໃຈໄປໄສມາໄສກັບເຮົາໄດ້ຢູ່ກັບເຮົາໃນເກືອບທຸກເວລາທີ່ເຮົາຕ້ອງການ