![[upl-image-preview url=https://forum.laox.la/assets/files/2019-11-21/1574305829-265273-d10a2c9b-b72d-48e3-9c28-03f4a5ec3350.jpeg]](https://forum.laox.la/assets/files/2019-11-21/1574305829-265273-d10a2c9b-b72d-48e3-9c28-03f4a5ec3350.jpeg)
ຈາກເຫດການແຜ່ນດິນໄຫວມື້ເຊົ້ານີ້ ທີ່ເມືອງຫົງສາ ແຂວງໄຊຍະບູລີ ແຕ່ແຮງສັ່ນສະເທືອນຮັບຮູ້ໄດ້ຮອດນະຄອນຫຼວງວຽງຈັນ
ຈື່ງຢາກມາແບ່ງປັນຂໍ້ມູນກ່ຽວກັບການຮັບມື ແລະ ຂໍ້ຄວນປະຕິບັດຫລັງເກີດແຜ່ນດິນໄຫວ (ຂໍ້ມູນແມ່ນຊອກມາຈາກຫຼາຍໆແຫຼ່ງໃນ google)
ຂໍ້ຄວນປະຕິບັດເວລາເກີດແຜ່ນດິນໄຫວ
- ພະຍາຍາມມີສະຕິ ຢ່າຕື່ນຕົກໃຈ
- ຫາກຢູ່ໃນເຮືອນໃຫ້ຢູ່ຫ່າງຈາກປະຕູ, ປ່ອງຢ້ຽມ ຫຼື ລະບຽງຕ່າງໆ
- ຫາກຢູ່ໃນຫ້ອງການ ຫລື ອາຄານຕຶກຕ່າງໆ ໃຫ້ໝອບຢູ່ກ້ອງໂຕະ (ຫລື ບ່ອນທີ່ມີໂຄງສ້າງແຂງແຮງ
- ຫາກຢູ່ກາງແຈ້ງ ໃຫ້ຢູ່ຫ່າງໆຈາກປ້າຍໂຄສະນາ, ເສົາໄຟ, ຕົ້ນໄມ້ ຫລື ສີ່ງທີ່ຫ້ອຍແຂວນໄວ້...
- ຫາກກຳລັງຂັບລົດໃຫ້ຈອດໃນບ່ອນທີ່ຄິດວ່າປອດໄພທີ່ສຸດ
- ຫ້າມໃຊ້ລິບໂດຍເດັດຂາດ
ຂໍ້ຄວນປະຕິບັດຫລັງເກີດແຜ່ນດິນໄຫວ
- ກວດເບີ່ງໂຕເອງ ແລະ ຄົນໃກ້ຄຽງວ່າປອດໄພບໍ
- ອອກຈາກອາຄານທີ່ໄດ້ຮັບຄວາມເສຍຫາຍທັນທີ
- ກວດສອບສາຍໄຟ, ທໍ່ນຳ້, ເຕົາແກ໊ດຕ່າງໆ
- ຢູ່ໃຫ້ໄກຈາກຈຸດທີ່ມີສາຍໄຟຂາດ
- ຕິດຕາມຂ່າວສານ ແລະ ຄຳແນະນຳສຸກເສີນ
- ຢ່າເຊື່ອຂ່າວປອມ ຂ່າວລື...