ກໍລະນີສຶກສາລະຫວ່າງທາງເລືອກຜູ່ໃຊ້ງານ app ສັ່ງອາຫານສອງສັນຊາດໃນປະເທດລາວ
ສະທ້ອນໃຫ້ເຫັນເຖິງຄວາມສຳຄັນພຽງສິ່ງດຽວ
ຄື "ຄຸນນະພາບຂອງໂຕ App"
App ສັນຊາດນອກ ມີຂໍ້ໄດ້ປຽບໃນດ້ານການແຂ່ງຂັນທີ່ຍາກຈະຫງັດຂໍ້ໄຫວ
ຖ້າຕັດເລື່ອງກຳລັງທຶນຮອນອອກໄປ
ແຕ່ໃນດ້ານການຕະຫລາດ, ການບໍລິການ ອາດມີຊ່ອງທາງແກ້ເກມຢູ່ກໍຕາມ
ແຕ່ໃນດ້ານ "ຄຸນນະພາບຂອງໂຕແອັບນັ້ນ" ເຫີນຫ່າງກັນຫລາຍ
ດ້ານວິຊາການຜະລິດງານຕ່າງໆ ຈຶ່ງເປັນກໍລະນີສຶກສາ ປັບປ່ຽນແກ້ໄຂເພື່ອໃຫ້ແທດເຫມາະກັບຍຸກໂລກາພິວັດນີ້
ຢາກໃຫ້ລັດທະບານ ເອົາກໍລະນີ້ສຶກສາເລົ່ານີ້ ເປັນແນວທາງເພີ່ມຕື່ມ ເພື່ອສຸມໃສ່ຫລັກສູດການສອນ ໃນດ້ານວິຊາຊີບ
ດີແທ້ຢາກໃຫ້ ພິຈາລະນາ ແກ້ໄຂວັດທະນະທຳບາງຢ່າງ ໃນເຊີງກົດຫມາຍ ຫລື ຮີດຄອງທີ່ກະຕຸ້ນສັກກະຍະພາບຂອງຄົນ ລວມເຖິງຮີດຄອງເກົ່າແກ່ບາງຊະນິດ, ຄວາມເຊື່ອ ແລະ ອື່ນໆ ທີ່ຈ່ອງດຶງສັກຄະຍະພາບຂອງສັງຄົມໄປໃນທິດທາງທີ່ບໍ່ຖືກຕ້ອງ
ບຸກຄະລາກອນພາຍໃນ ກໍຈະມີກຳລັງຝີມື ທຽບເທົ່າກຳລັງພາຍນອກ ໃນປະລິມານທີ່ສູງຂຶ້ນ (ເພາະຫວັງດີ ຜູ່ຂຽນຈຶ່ງບໍ່ອ້ອມ)
ສ່ວນພາກສ່ວນເອກະຊົນກໍຊ່ວຍກັນ ສ້າງຄ່ານິຍົມທີ່ສົ່ງເສີມ ສັງຄົມໄປໃນທິດທາງພັດທະນາໃຫ້ຫລາຍຂຶ້ນ
ຊ່ວຍກັນປູກຝັງຄ່ານິຍົມ ໃນເຊີງການພັດທະນາສັງຄົມດີກວ່າ (ເພາະປະເທດຄືຄົນ)
ຖ້າພັດທະນາສັກກະຍະພາບຂອງຄົນພາຍໃນສຳເລັດໄດ້ ທຸລະກິດເຊື້ອສາຍລາວ ກໍຈະບໍ່ຢູ່ຍາກອີກຕໍ່ໄປ
"ເພາະເຮົາຍັງໄຫວ ຖ້າເຮົາປັບປ່ຽນທັນເຂົາ"