ທີ່ຜ່ານມາກໍ່ເຫັນຄົນໃກ້ໂຕຫຼາຍຄົນ ທີ່ຈ້າງເຂົ້າເຮັດ, ເຂົ້າລັດຖະກອນ, ຮຽນຫມໍ, ຕຳຫຼວດ ເສຍຫຼາຍແສນບາດ ແຕ່ສ່ວນຫຼາຍບໍ່ໄດ້ເຂົ້າຊໍ້າຖືກເຂົາເຕົ້ມ ເຮັດໃຫ້ເສຍເວລາຖ້າວຽກເປັນປີໆ ບໍ່ຄືນເງິນອີກຊໍ້າ ສຸດທ້າຍຄົນພວກນັ້ນກະໄດ້ໄປເຮັດວຽກຢູ່ໄທ ເປັນກຳມະກອນ ຫຼື ຫຍັງຈັກຢ່າງ. ຍົກ case ຕົວຢ່າງໃຫ້ເບິ່ງແລ້ວລອງວິເຄາະເບິ່ງ ວ່າດີບໍ່? ເຊິ່ງມັນກົງກັນຂ້າມກັບຄົນທີ່ໄປຫາວຽກເອງ ເຊິ່ງບາງຄົນກະໄດ້ ບາງຄົນກໍ່ບໍ່ໄດ້ ເຂົ້າເຈົ້າກໍ່ເຮັດວຽກອຶ່ນໄປກ່ອນ ເຊັ່ນ ພະນັກງານຂາຍເຄື່ອງ, ຂົນເຄື່ອງ, delivery ຫຍັງພວກນິ. ເງິນກໍ່ບໍ່ໄດ້ຫຼາຍຫຍັງດອກ ພໍຈ່າຍຄ່າຫ້ອງ ຄ່າກິນ ຄ່າຈວດໄດ້ ແຕ່ພວກນິມີປະສົບການຫຼາຍ. ຮູ້ເຂົ້າຫາຄົນ ແລະ ສັງຄົມ. ຄິດວ່າອານາຄົດຫນ້າຈະເປັນຜົນດີກັບລາວ ເມືອໂອກາດມັນມາເຖິງລາວ ເຊິ່ງມັນມາຢູ່ແລ້ວຫລ່ະ ເພາະເຂົາໄປໂຊກຫາມັນ ບໍ່ແມ່ນຖ້າມັນ 😊😚 ຮູ້ສຶກອິດສາເຂົາຈັງໃດບຸ ຮາຮາຮາ