![[upl-image-preview url=https://forum.laox.la/assets/files/2019-11-28/1574928522-883585-76b61deb-5c20-43e7-825a-48997048d6ca.jpeg]](src)
Frozen II
ການເດີນທາງອີກຄັ້ງຂອງ ສອງເອື້ອຍນ້ອງ ເອວຊາ-ແອນນາ ແລະ ໝູ່ເພື່ອນ ເພື່ອໄປຊອກຫາຄວາມເປັນຈີງທີ່ເກີດຂື້ນໃນອະດີດຢູ່ດິນແດນທີ່ຊື່ວ່າ: “ປ່າຕ້ອງມົນ“ ຕາມສຽງຮຽກຮ້ອງຂອງເພງກ່ອມ
ໂດຍສ່ວນຕົວຄິດວ່າ ພາກນີ້ເຮັດໄດ້ດີແຕ່ກໍຍັງທຽບບໍ່ຕິດກັບພາກ 1ເລີຍ, ຮູ້ສຶກໄດ້ວ່າເນັ້ນເພງຫຼາຍເກີນໄປ, ບໍ່ອິນໄປກັບເຫດການປານໃດ ປະມານວ່າເບີ່ງໄປເລື້ອຍໆ ບໍ່ມີເຫດການຫັກມຸມ ຫຼື ສາກຕໍ່ສູ້ທີ່ໜ້າຕື່ນເຕັ້ນສົມກັບພະລັງອັນມະຫາສານຂອງ ເອວຊາ ເລີຍ (ຄວາມຮູ້ສຶກຄືເບີ່ງ X-men Phoenix ຕອນກຳເນີດຈີນ)
ແຕ່ບັນດາແຟນຄັບເອວຊາ ແລະ ແອນນາ ລວມທັງ ໂອຣາບ ບໍ່ຄວນພາດ ແຕ່ຖ້າຈະໃຫ້ດີແນະນຳວ່າຕ້ອງເບີ່ງພາກ 1 ກ່ອນເບີ່ງພາກນີ້ ເພາະຈະໄດ້ຄວາມຕໍ່ເນື່ອງ ແລະ ອາດຈະ ອິນກວ່າ ແລ່ນເຂົ້າພາກ 2 ເລີຍ
✍🏻 6/10