meonam ຄວາມແຕກຕ່າງດ້ານການຫຼິ້ນເກມແມ່ນຕ່າງຫຼາຍສຳລັບ 144Hz, 240Hz ແຫ່ງບໍ່ໃຫ້ເວົ້າ
ແຕ່ຄືຄຳຕອບທາງເທິງເວົ້າໄປ ຫາກຄອມບໍ່ສາມາດແລ່ນເກມໃນລະດັບ 140-200 fps ການມີຈໍ 240 Hz ຖືວ່າບໍ່ຄ່ອຍຄຸ້ມກັບການລົງທຶນ. ແຕ່ສຳລັບ 144Hz ແມ່ນແນະນຳໃຫ້ຊື້ຫາກມັກຫຼິ້ນເກມ ແລະ ຄອມສາມາດຫຼິ້ນເກມໄດ້ບໍ່ຫຼຸດ 60fps. ມັນຕ່າງໆໆໆໆໆໆໆ ຢ່າງໄດ້ໃຈ.
ສຳລັບການເອົາມາຕັດວິດີໂອ ແລະ ເຮັດວຽກ? ບໍ່ມີຄວາມໝາຍຫຍັງ ແລະ ບໍ່ຊ່ວຍແບ້ຫຍັງເລີຍ ຍົກເວັ້ນແຕ່ເຮົາເຫັນ mouse ເຮົາເໜັງນຽນຂຶ້ນ ເທົ່ານັ້ນແຫຼະ.
ຄິດສະພາບຍາມເຮົາແກວ່ງ mouse ໄວໆ ໃນຈໍ 60-70Hz ເຮົາຈະເຫັນ cursor ແຕ່ປະມານ 8 ອັນ, ແຕ່ຫາກເຮົາເຮັດແບບດຽວກັນໃນຈໍ 144Hz ເຮົາສິເຫັນ cursor 16 ອັນ. ເທົ່ານັ້ນແຫຼະ ຮະຮະ.