
ຫລາຍຄົນຕອນຍັງນ້ອຍ ຄົງຖືກພໍ່ແມ່ ພີ່ນ້ອງ ລຸງປ້າ ອາວອາ ບອກສອນໄວ້ວ່າ ຄັນບໍ່ໃສ່ສະລິບ ລະວັງໄສ້ລົງຫຳ ແລ້ວມັນແມ່ນຄວາມຈິງບໍ່ ເມທ່ອທຸກມື້ນີ້ເຮົາເຂົ້າເຖິງຂໍ້ມູນໄດ້ງ່າຍ ຊັ້ນມາລອງກວດສອບຂໍ້ມູນທາງການແພດເບິ່ງວ່າຈະເປັນແນວໃດ
ຜິດຄາດເລີຍ ຫມໍບອກວ່າ ການທີ່ເຮົາຈະໃສ່ຫລືບໍ່ໃສ່ສະລິບ ແມ່ນບໍ່ກ່ຽວຂ້ອງຫຍັງກັນທັງນັ້ນ ກັບໄສ້ລົງຫຳ ແລະນອກຈາກນັ້ນ ຊື່ທີ່ພາກັນເອີ້ນວ່າ ໄສ້ລົງຫຳ ກໍຍັງມີຄວາມພິດພາດ ເພາະອາການນີ້ ໄສ້ມັນບໍ່ໄດ້ລົງແຕ່ຫຳ ບາງຄັ້ງກໍໂປ່ໂລ່ຢູ່ທ້ອງ ຢູ່ຂາ ໄດ້ເຊັ່ນກັນ.
ມາເບິ່ງສາເຫດທີ່ແທ້ຈິງຂອງໄສ້ລົງຫຳ ອາການນີ້ເກີດມາຈາກ ຝາກັ້ນຫນ້າທ້ອງອ່ອນແອ ເຮັດໃຫ້ມີຊ່ອງຫວ່າງໃຫ້ໄສ້ຫລຸດອອກມາໄດ້ ເຊິ່ງສາເຫດກໍມາໄດ້ຈາກຫລາຍຢ່າງເຊັ່ນ: ເປັນຕັ້ງແຕ່ກຳເນີດ (ບ້ານເຮົາມັກມາເຍີ້ຍກັນ ວ້າຍຍຍ ບັກນ້ອຍນິຫຳດຽວ, ຫຳໃຫຍ່, ສາມຫຳ, ພະເຈົ້າສາມຫຳ), ເປັນຍ້ອນອຸບັດຕິເຫດ ເຮັດໃຫ້ກ້າມທ້ອງອ່ອນແຮງ ຫລືອາຍຸແກ່ລົງ, ຈາກການໄປເພີ່ມແຮງດັນໃຫ້ຫນ້າທ້ອງເຊັ່ນ ຍົກເຄື່ອງຂອງຫນັກໆຫລາຍ...
ສະຫລຸບ ສິໃສ່ສະລິບຫລືບໍ່ໃສ່ສະລິບ ກໍບໍ່ກ່ຽວຫຍັງກັບໄສ້ລົງຫຳ ແລະໄສ້ລົງຫຳມັນບໍ່ໄດ້ລົງແຕ່ຫຳ
ຮູ້ແບບນີ້ແລ້ວກໍຢຸດສົ່ງຕໍ່ຄວາມເຊື່ອຜິດໆໄປໃຫ້ລູກຫລານ ແລະບັນດາຊາຍສະກັນທັງຫລາຍ ຈົ່ງພູມໃນທີ່ຈະ Hasgtag ວ່າ #ປ່ອຍຫຳຟຣີ
Credit: https://www.facebook.com/141108613290/posts/10158093104438291?d=n&sfns=mo