ສະບາຍດີທຸກໆຄົນ ນ້ອງຕັ້ງກະທູ້ຂຶ້ນມາມື້ນີ້ ຍ້ອນພົບບັນຫາຢ່າງໜຶ່ງກະຄື word ແລະ powerpoint ນັ້ນແມ່ນພິມງານຊ້າເຫຼືອເກີນ ເຮັດຫຍັງກໍຊ້າ ອັບເດດແລ້ວກໍຍັງຊ້າ ໃຜມີວິທີແກ້ໄຂ ຄ໋ອມເມັ້ນບອກເຮົາແດ່ເດີ້ 🙏🙏🙏
lavender ຄິດວ່າເປັນນຳຄອມຫຼາຍກວ່າ ຄອມອາດຈະຮັບມືໂປຼແກຼມໜັກໆບໍ່ໄດ້ ຖ້າໃຊ້ Word, Powerpoint ເຮັດວຽກທົ່ວໆໄປແນະນຳລອງໃຊ້ໂຕອອນໄລນ໌ເບິ່ງ Word: https://www.office.com/launch/word Powerpoint: https://www.office.com/launch/powerpoint (ຕ້ອງມີອີເມລຂອງ Microsoft ແບບ @hotmail, @live ຕ່າງໆ)
ແນ່ໃຈບໍ່ວ່າ ບັນຫາບໍ່ໄດ້ມາຈາກ Hardware ຫຼື ອຸປະກອນຄອມທີ່ເຮົາໃຊ້?