ໝາຍເຫດ: ໃນບົດຄວາມນີ້ເຮົາໄດ້ນຳສະເໜີສິ່ງທີ່ຈະຕ້ອງເຮັດໃນການທີ່ຈະເປີດບັນຊີຫຼັກຊັບຊື້ຂາຍຮຸ້ນລາວ ເຊິ່ງມັນຈະບໍ່ລວມບັນຊີສຳຫຼັບພັນທະບັດລັດຖະບານ ຫຼື ບັນຊີອື່ນໆ ແຕ່ຖ້າໃຜທີ່ສົນໃຈກໍສາມາດສອບຖາມນຳພະນັກງານ ຫຼື ຊ່ອງທາງຕິດຕໍ່ທີ່ຢູ່ທາງລຸ່ມກ່ອນກໍໄດ້. ທັງນີ້ທັງນັ້ນ, ກ່ອນຈະລົງທຶນ ຫຼື ເຮັດຫຍັງກໍຕາມຜູ້ຂຽນແນະນຳໃຫ້ສຶກສາຫາຄວາມຮູ້ ແລະ ປະເມີນຄວາມສ່ຽງທີ່ຈະເຈິເອົາໄວ້ພ້ອມ ຂໍຂອບໃຈ.
ກ່ອນອື່ນໝົດທີ່ເຮົາຈະໄປເປີດບັນຊີຫຼັກຊັບຈະຕ້ອງມາເບິ່ງກ່ອນວ່າ Items ທີ່ຕ້ອງການມີຫຍັງແນ່ ເຊິ່ງມັນຈະແຕກຕ່າງກັນໄປຕາມນີ້:
ສໍາລັບບຸກຄົນລາວ:
- ປຶ້ມບັນຊີທະນາຄານ (ຈາກຕົວແທນທະນາຄານຂອງບໍລິສັດຫຼັກຊັບ) 1ea
- ບັດປະຈຳໂຕ (ເຫັນໜ້າຊັດເຈນ) 1ea
ສໍາລັບບຸກຄົນຕ່າງປະເທດ:
- Passport ເຊັນຢັ້ງຢືນສໍາເນົາຖືກຕ້ອງຈາກເຈົ້າຂອງໜັງສືເດີນທາງ (ເຫັນໜ້າຊັດເຈນ) 1ea
- ປຶ້ມບັນຊີທະນາຄານ (ຈາກຕົວແທນທະນາຄານຂອງບໍລິສັດຫຼັກຊັບ) 1ea
ໝາຍເຫດ: ຖ້າຈະເປີດໃນນາມນິຕິບຸກຄົນ ຫຼື ອົງກອນ ເອກະສານທີ່ໃຊ້ກໍຈະມີຄວາມແຕກຕ່າງອອກໄປ
ເຊິ່ງໃນນີ້ຈະຂໍຍົກບັນຊີຂອງ BCEL ຫຼື ທຄຕລ ເປັນຕົວຢ່າງ...
ສ່ວນສະຖານທີ່ແມ່ນຢູ່ຕາມນີ້້:
ບ້ານ ໂພນທັນເໜືອ, ຖະໜົນກຳແພງເມືອງ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ.
ຫ້ອງການຢູ່ທີ່ ຕະຫຼາດຫຼັກຊັບລາວ, ຊັ້ນ 7.
ບັນຊີຫຼັກສັບ:
- ຫຼັງຈາກພ້ອມແລ້ວ ໃຫ້ເຮົາໄປຫາຢູ່ຫ້ອງການຂອງບໍລິສັດຫຼັກຊັບ (ປິດ 4:30 ເດີ້) ເຊິ່ງທີ່ຜູ້ຂຽນໄປແມ່ນ BCEL-KT.
- ເມື່ອໄປຮອດໃຫ້ບອກກັບພະນັກງານວ່າມາເປີດບັນຊີຫຼັກສັບ ແລ້ວເຂົາກໍຈະຖາມເອົາເອກະສານ 2 ອັນທີ່ບອກໄປກ່ອນໜ້ານີ້
- ຖ້າແປັບໜຶ່ງ ແລ້ວເຂົາກໍຈະກັບມາພ້ອມກັບເອກະສານທີ່ມີໜ້າຕາປະມານນີ້ link ແລະ ສ່ວນຂອງບຸກຄົນຕ່າງປະເທດກໍຈະແຕກຕ່າງໄປໜ້ອຍໜຶ່ງຕາມນີ້ link
- ໃຫ້ເຮົາທຳການກອກຂໍ້ມູນໃນເອກະສານ ເຊິ່ງໃນບາງບ່ອນບໍ່ຈຳເປັນຕ້ອງໃສ່ຂໍ້ມູນກໍໄດ້ຖ້າເຮົາບໍ່ມີ
- ຫຼັງຈາກຂຽນແລ້ວກໍໃຫ້ທຳການເຊັນ ແລະ ຂຽນຊື່ເຕັມເຮົາຕາມຈຸດທີ່ໝາຍໄວ້ໃນເອກະສານ
- ເມື່ອສິ້ນສຸດແລ້ວພະນັກງານກໍຈະອິທິບາຍເງື່ອນໄຂຕ່າງໆໃຫ້ເຮົາຄ້າວໆກ່ຽວກັບການຊື້ຂາຍ
ທີ່ກ່າວມານັ້ນແມ່ນສຳຫຼັບການເປີດບັນຊີຫຼັກສັບທີ່ຕ້ອງຊື້ຂາຍຜ່ານ Broker ແຕ່ທາງ BCEL-KT ເອງກໍມີລະບົບທີ່ສາມາດໃຫ້ເຮົາຊື້ຂາຍຮຸ້ນຜ່ານຄອມພິວເຕີ ຫຼື Home Trading System ໄດ້ນຳ
ບັນຊີຊື້ຂາຍອອນລາຍ HTS
- ແຈ້ງກັບພະນັກງານວ່າຢາກສະໝັກບໍລິການຊື້ຂາຍຫຸ້ນອອນລາຍ ເຊິ່ງເຂົາຈະໃຫ້ເຮົາກອກເອກະສານທີ່ມີໜ້າຕາປະມານນີ້ link
- ຫຼັງຈາກກອກແລ້ວໆ ແມ່ນໃຫ້ລໍຖ້າທາງບໍລິສັດສົ່ງ Id ແລະ Password ມາໃຫ້ເຮົາທາງ E-mail
- ສ່ວນການນຳໃຊ້ແມ່ນໃຫ້ໂຫຼດໂປຣແກຣມຂອງທາງ BCEL-KT ໂຕນີ້ link ຫຼັງຈາກໂຫລດແລ້ວ ກໍໃຫ້ຕິດຕັ້ງລົງເຄື່ອງຕາມປົກກະຕິ ແລະ ເຂົ້າສູ່ລະບົບໂດຍນຳໃຊ້ລະຫັດທີ່ສົ່ງມາ
- ໃຜທີ່ມີຂໍ້ສົງໄສແມ່ນສາມາດສອບຖາມນຳພະນັກງານຂອງ BCEL-KT ຫຼື ເບິ່ງຕາມຄູ່ມືຕໍ່ໄປນີ້ໄດ້ເລີຍ:
- ຄູ່ມືການຄູ່ມືຕິດຕັ້ງ ແລະ ເຂົ້າລະບົບ HTS
- ຄູ່ມືການນຳໃຊ້ລະບົບ
ທ່ານສາມາດສຶກສາຂັ້ນຕອນທັງໝົດນີ້ຕື່ມໄດ້ທີ່ເວັບໄຊຂອງ BCEL-KT ຕາມ link ນີ້
ຫຼື ຈະຕິດຕໍ່ພະນັກງານຕາມຊ່ອງທາງເລົ່ານີ້ຕື່ມກໍໄດ້: