ສ່ວນຕົວແລ້ວ ຮູ້ສຶກເສີຍໆກັບສະຖານະທີ່ບໍ່ຊັດເຈນ (ໃນຕອນນີ້) ລົມຕໍ່ໄປກະໄດ້ ເຊົາລົມກັບເຮົາແລ້ວໄປລົມຜູ້ອື່ນກະບໍ່ເປັນຫຍັງ ປະມານວ່າ ບໍ່ຜູກມັດ (ເອົາແທ້ແລ້ວ ບໍ່ຜູກມັດ ກັບ ບໍ່ຊັດເຈນ ມັນຕ່າງກັນ) ເພາະບອກຕົວເອງຕະຫຼອດເວລາວ່າ "ບໍ່ມີຫຍັງແນ່ນອນ" (ຜ່ານສະໜາມຮົບມາຫຼາຍ ເລີຍຮູ້ສຶກເບື່ອໆກັບຄວາມຮັກ 555)
ແຕ່ຖ້າໃນຄວາມຄິດຂອງຄົນສ່ວນຫຼາຍແລ້ວ ຖ້າເຮົາຢາກຊັດເຈນແຕ່ເຂົາບໍ່ຢາກຊັດເຈນຈັກເທື່ອມັນກະບໍ່ຄັກນະລະ ອັນນີ້ມັນເຄີຍເກີດຂຶ້ນກັບຄົນອ້ອມຂ້າງແລ້ວ ຄິດພໍ້ຍາມໃດນິ ເຈັບຫົວນໍາຕະຫຼອດ 555
ຈັ່ງໃດ, ຖ້າເຮົາບໍ່ຢາກຊັດເຈນນໍາເຮົາເທື່ອ ເຮົາກະມີສິດທີ່ຈະໄປໄດ້ ໂດຍທີ່ເຂົາກະຮຽກຮ້ອງຫຍັງນໍາເຮົາບໍ່ໄດ້ອີກ