ໂພສນີ້ ແມ່ນເກີດມາຈາກການທີ່ເຈົ້າຂອງໂພສ ກຳລັງຕິດຕາມປະເດັນຮ້ອນໆທີ່ກຳລັງເກີດຂື້ນໃນຊ່ວງນີ້ ຫລັກໆ ກໍ ເຫດການໄຟໄໝ້ປ່າຢູ່ອອສເຕຣເລຍ ແລະ ເຫດການຄວາມຕຶງຄຽດລະຫວ່າງປະເທດອີຣານ ແລະ ອາເມລິກາ (ກັງວົນຢ່າງແຮງກັບເລື່ອງນີ້)
ຄິດເຖີງຄວາມເສຍຫາຍ ແລະ ຜົນກະທົບຕ່າງໆທີ່ອາດຈະເກີດຂື້ນ ແຕ່ລອງມາຄິດເບີ່ງແລ້ວເລີຍຢາກຮູ້ວ່າ ຄົນລາວເຮົາກະແຄເລື່ອງຂອງປະເທດອື່ນ ີ່ມັນກຳລັງເກີດຂື້ນຢູ່ຫວະ?
ສ່ວນຕົວແລ້ວຄິດວ່າອາດຈະບໍ່ຮອດ 10ເປີເຊັນ
ຢາກຮູ້ວ່າຄິດແນວໃດກັນແນ່ ແລກປ່ຽນກັນ
ປລ: ກະລຸນາຫຼີກເເວັ້ນປະເດັນອ່ອນໄຫວເດີທຸກຄົນ