
ພໍດີເຫັນຫຼາຍຄົນເລີ່ມ ອ່ອຍກັນໃນເຟສແລ້ວ 555 ຈຸດເລີ່ມຕົ້ນຂອງໂພສນີ້ ແຕ່ບໍ່ແມ່ນຣິວິວເນາະ ແບບຈົ່ມໃຫ້ກັນອ່ານ 😅
ກ່ອນອື່ນຕ້ອງບອກວ່າ ໃຜຈະເບີ່ງຄວນກັບໄປເກັບຊີຊັນ 1 ມາກ່ອນ.
ເນື້ອເລື່ອງຫຼັກ : ເວົ້າເຖີງບັນຫາເພດສຶກສາ, ຄວາມສຳພັນລະຫວ່າງຄົນຮັກ, ໝູ່, ຄອບຄົວ ແລະ ເພດທາງເລືອກ.
ເຊີ່ງໃນຊີຊັນນີ້ກໍດຳເນີນເລື່ອງຕໍ່ຈາກຊີຊັນກ່ອນ ແຕ່ກໍຈະເພີ່ມດຣາມາໜັກຂື້ນກວ່າຊັີຊັນກ່ອນຫຼາຍເຕີບ.
ສຳລັບຊີຊັນ 2 ແມ່ນມີ 8 ຕອນສຳ່ກັບຊີຊັນກ່ອນ (ແຕ່ເບີ່ງລະຕ້ອງ 8ຕອນຈົບລວດດຽວ ເອີ້ນວ່ານອນເຊົ້າເອົາເລີຍ)
ຈຸດເດັ່ນທີ່ມັກສຸດ: ຕົວລະຄອນແຕ່ລະຕົວ ຖືກກະຈາຍບົດບາດຢ່າງຄຄົບຖ້ວນ ລວມທັ້ງຕົວລະຄອນທີ່ເຂົ້າມາໃໝ່ ແລະ ເນື້ອເລື່ອງທີ່ອາດບໍ່ຖືກໃຈ ແຕ່ເປັນສີ່ງທີ່ເກີດຂື້ນແທ້ໃນການໃຊ້ຊີວິດ. ຄວາມຮູ້ເລື່ອງເພດສຶກສາ ທີ່ໜັກ ແລະ ຫຼາຍຂື້ນ ແຕ່ຊັດເຈນເຂົ້າໃຈງ່າຍ.
ຈຸດທີ່ບໍ່ມັກ: ມັກຈະມີອີ່ຫຍັງທີ່ເຮົາຈະໄດ້ໃຊ້ຄຳວ່າ “ອີ່ເxັ້ຍ ໄອສະຫຼັດດດ 😂😂😅“
ໃຜເບີ່ງແລ້ວກໍມາແຊສກັນໄດ້ 😊
ຕົວຢ່າງຊີຊັນ 2
https://youtu.be/qZhb0Vl_BaM