
ນາທີນີ້ຄົງຈະບໍ່ມີໃຜບໍ່ຮູ້ຈັກກັບໄວຣັສໂຄໂຣນາ (ລະບຸຊື່ໂດຍອົງການອະນາໄມໂລກ ຫຼື who) ເຊີ່ງກຳລັງລະບາດຢ່າງຮຸນແຮງທີ່ເມືອງອູ່ຮັ່ນ ມົນທົນຫູເປ່ຍ ປະເທດຈີນ. ໄວຣັສໂຄໂຣນາມີອາການຕັ້ງແຕ່ເປັນໄຂ້ຫວັດທຳມະດາຈົນໄປເຖີງຂັ້ນ ປອດອັກເສບຕິດເຊື້ອ.
ໂຄໂຣນາໄວຣັສ ຫຼື ໄວຣັສປອດອັກເສບ ແມ່ນເປັນໄວຣັສກຸ່ມໃຫຍ່ທີ່ສາມາດແຜ່ລະບາດໄດ້ທັງໃນຄົນ ແລະ ສັດ ເຊີ່ງຖືກແຍກເຊື້ອອອກມາໄດ້ຕອນ 55 ປີກ່ອນ ໂດຍນັກວິໄຈຄົນອັງກິດໃນປີ 1965.
ໄວຣັສກຸ່ມນີ້ຫາກສ່ອງດ້ວຍກ້ອງຈຸລະທັດອີເລັກຕອນ ຈະເຫັນເປັນຮູບວົງມົນທີ່ມີກິ່ງເດອອກມາອ້ອມຮອບຄ້າຍໆມົງກຸດ (crown) ຫຼື ຣັດສະໝີຂອງດວງຕາເວັນ ຈື່ງເອີ້ນວ່າ Corona(ໂຄໂຣນາ).

ການລະບາດຂອງໄວຣັສດັ່ງກ່າວແມ່ນເລີ່ມທີ່ເມືອງອູ່ຮັ່ນ ໃນຊ່ວງເດືອນທັນວາ 2019 ທີ່ຜ່ານມາ.
- ອາການຂອງໂຄໂຣນາໄວຣັສ
- ອາການໄອແຫ້ງ, ເຈັບຄໍ ມີອາການຄ້າຍຄືໄຂ້ຫວັດທຳມະດາທົ່ວໄປ
- ນຳ້ມູກໄຫຼ, ປວດຫົວ, ອ່ອນເພຍ, ໄຂ້
- ຫາຍໃຈຍາກ, ເຈັບບໍລິເວນໜ້າເອີກເວລາຫາຍໃຈ
- ສຳລັບເດັກນ້ອຍ ແລະ ຜູ່ທີ່ມີອາຍຸຫຼາຍອາດຈະເກີດອາການປອດອັກເສບ (ເພາະພູມຄຸ້ມກັນຕ່ຳ)

- ການລະບາດ ແລະ ຕິດຕໍ່
- ການສຳຜັດສີ່ງທີ່ຜູ່ຕິດເຊື້ອໄດ້ສຳຜັດ, ສານຈາກອະໄວຍະວະຫາຍໃຈ (ລະອອງນຳ້ມູກ, ນຳ້ລາຍ ຈາກຄົນເຈັບທີ່ມີເຊື້ອໂດຍການໄອ ຫຼືຈາມ
- ສາມາດແຜ່ເຊື້ອຈາກຄົນສູ່ຄົນໄດ້ (ອັບເດດລ່າສຸດ ວັນທີ 21 ມັງກອນ 2019)
- ວິທີການປ້ອງກັນ
ໄວຣັສດັ່ງກ່າວຍັງບໍ່ມີຢາຮັກສາ ແຕ່ສີ່ງທີ່ຄວນປະຕິບັດ
- ຫຼີກລ້ຽງຜູ່ທີ່ຕິດເຊື້ອ
- ຫຼີກລ້ຽງການສຳຜັດຕາ, ປາກ ແລະ ດັງ ຂອງຄົນເຈັບ(ຜູ່ມີເຊື້ອ)
- ລ້າງມືດ້ວຍສະບູ່ທຸກຄັ້ງ (ຢ່າງນ້ອຍ 20 ນາທີ)
- ຫາກບໍ່ສະບາຍ ໃຫ້ຢູ່ເຮືອນ, ຫຼີກລ້ຽງໄປບ່ອນທີ່ມີຄົນຫຼາຍ (ໄປພົບແພດໝໍໄດ້), ໃສ່ຜ້າອັດປາກ, ດັງ, ເວລາໄອ ຫຼື ຈາມ ຄວນອັດປາກດັງ ລວມເຖີງອະນາໄມບ່ອນ ຫຼື ສີ່ງຂອງທີ່ຕົນເອງສຳຜັດ
ຂໍ້ມູນຈາກ:
ເບີ່ງຄຣີບ - https://youtu.be/qO8QWq1K1_c
ຫາກຂໍ້ມູນໄດ້ບໍ່ຈະແຈ້ງ ຫຼື ອາດບໍ່ກົງກັບຮູບພາບຕ້ອງຂໍອະໄພໃຍການ ຮຽບຮຽງເດີ