
ຄົງຈະໄດ້ຍິນກັນຈົນຄຸ້ນຫູແລ້ວ ສຳລັບຄຳວ່າ“ອັງເປົາ“ ໂດຍສະເພາະອ້າຍນ້ອງຫວຽດ, ຈີນ ທີ່ນິຍົມໃຫ້ອັງເປົາກັນໃນວັນຕຸດຈີນ ແລະ ວັນສຳຄັນອື່ນໆ
ຄຳວ່າ“ອັງເປົາ“ ແມ່ນຖ້າແປຕາມໂຕກໍແມ່ນ “ຊອງສີແດງ ຫຼື ກະເປົາສີແດງ“
ເຊີ່ງຄຳວ່າ “ອັງ“ ແປວ່າ ແດງ /ສີແດງ ສ່ວນຄຳວ່າ“ເປົາ“ ແປວ່າ “ຊອງ ຫຼື ກະເປົາ“ ເຊີ່ງສີແດງມີສີທີ່ຄົນຈີນ ຫລື ຫວຽດ ເຊື່ອວ່າເປັນສີມົງຄຸນ ຈື່ງນິຍົມເອົາເງີນໃສ່ຊອງສີແດງ ເພື່ອອວຍພອນໃຫ້ກັບຄົນທີ່ຮູ້ຈັກຮັກແພງ, ຄອບຄົວຍາດພີ່ນ້ອງ.
ການແຈກອັງເປົາ ເພີ່ນຈະນິຍົມໃຫ້ກັນໃນວັນກຸດຈີນ, ແຕ່ງງານ, ເປິດກິດຈະການ ຫຼື ທຸລະກິດໃໝ່ ແລະ ອື່ນໆ ເພື່ອຄວາມເປັນມົງຄຸນໃນຊີວິດ.