ກໍຄືມັນເປັນຝັນທີ່ບໍ່ເຖິງຂັ້ນຮ້າຍແຮງຫຼາຍ ແຕ່ມັນຈະມີເນື້ອໃນປະມານວ່າຫຼັງເຮົາຕາຍໄປແລ້ວ ລະຕໍ່ໄປມັນຈະເກີດຫຍັງຂຶ້ນແນ່ ຕອນທີ່ເລີ່ມສັງເກດແລກໆກະບໍ່ໄດ້ຄິດຫຍັງຫຼາຍ ແຕ່ຫຼັງໆມາເລີ່ມຕະງິດໆທີ່ວ່າຫຼັງຈາກຕື່ນມາຈະມີອາການແບບ ຄັນເຮົາຕາຍໄປແລ້ວກໍຄືຊິດີ ແລ້ວເລີ່ມແບບໃຫ້ຄວາມສຳຄັນກັບຕົວເອງຕ່ຳລົງ ທັງໆທີ່ວ່າເປັນຄົນທີ່ພະຍາຍາມເບິ່ງໂລກໃນແງ່ດີຢູ່ຕະຫຼອດ ແລະ ກໍໃຫ້ຄວາມສຳຄັນຕົນເອງຢູ່ຕະຫຼອດ ແຕ່ມັນກໍຈະມີບາງຊ່ວງທີ່ແບບແວບດຽວທີ່ຮູ້ສຶກບໍ່ຢາກຢູ່ແລ້ວ.
ປະເດັນກໍຄືຢາກຮູ້ວ່າໂຕເຈົ້າຂອງກະທູ້ນີ້ນັບວ່າເປັນໂລກຊຶມເສົ້າຫຼືບໍ່? ແລ້ວເຮົາຄວນເຮັດແນວໃດເພື່ອປ້ອງກັນຄວາມຄິດທີ່ມັນເປັນຄວາມຄິດລົບໆແບບນັ້ນໄດ້?