ກະທູ້ສຳລັບຜູ້ມີບັນຫາດ້ານສຸຂະພາບຈິດ
ຖ້າເວົ້າເຖິງບັນຫາດ້ານສຸຂະພາບຈິດ, ພະຍາດທຳອິດທີ່ຄົນທົ່ວໄປຈະເຄີຍໄດ້ຍິນກໍ່ຄື: ພະຍາດຊຶມເສົ້າ ຫລື depression.
ອາດຍ້ອນຄົນມີຊື່ສຽງຫລາຍໆຄົນໄດ້ຈົບຊີວິດຕົວເອງຍ້ອນພະຍາດນີ້ (ເຊັ່ນ: Chester Bennington ທີ່ເປັນນັກຮ້ອງນຳວົງ Linkin Park) ເລີຍເຮັດໃຫ້ສັງຄົມເລີ່ມຮັບຮູ້ຄວາມຮຸນແຮງຂອງພະຍາດນີ້. ແລະກໍ່ເຮັດໃຫ້ທຸກຄົນເລີ່ມເວົ້າເຖິງຄວາມສຳຄັນຂອງສຸຂະພາບຈິດຫລາຍຂື້ນ.
ກະທູ້ທີ່ຈະຂຽນໃນມື້ນີ້ບໍ່ແມ່ນກະທູ້ຂອງພະຍາດຊຶມເສົ້າ ແຕ່ຈະເປັນກະທູ້ກ່ຽວກັບພະຍາດທາງສຸຂະພາບຈິດອີກພະຍາດໜຶ່ງທີ່ເອີ້ນວ່າ: ພະຍາດວິຕົກກັງວົນ ຫລື Anxiety.
ຄວາມຈິງແລ້ວຄວາມວິຕົກກັງວົນມັນເປັນພາວະປົກກະຕິທີ່ທຸກຄົນມີ ແລະ ມັນກໍ່ເປັນປະໂຫຍດສຳລັບການດຳລົງຊີວິດຂອງຄົນເຮົາອີກ ຖືວ່າເປັນສັນຊາດຕະຍານໃນການເອົາຕົວຫລອດຂອງມະນຸດຢ່າງໜຶ່ງ. ຕົວຢ່າງ: ເມື່ອເຮົາຮູ້ວ່າອາທິດໜ້າຈະມີການສອບເສັງ ເຮົາຈະມີຄວາມກັງວົນ ເຊິ່ງຄວາມກັງວົນນີ້ເອງຈະເປັນໂຕກະຕຸ້ນໃຫ້ເຮົາກະກຽມຕົວເອງໃຫ້ພ້ອມສຳລັບການສອບເສັງເຊັ່ນ: ທົບທວນບົດຮຽນຄືນ, ແກ້ບົດຝຶກຫັດ...(ເວົ້າໃນກໍລະນີທີ່ເປັນຄົນຕັ້ງໃຈຮຽນສາເນາະ ຮາຮາຮາ).
ເວົ້າງ່າຍໆກໍ່ຄື, ຄວາມວິຕົກກັງວົນນີ້ກະຕຸ້ນໃຫ້ເຮົາກຽມພ້ອມຕົວເອງເພື່ອເອົາຕົວຫລອດຈາກສະຖານາການຕ່າງໆໃນອະນາຄົດ.
ແລ້ວມັນເປັນພະຍາດໄດ້ແນວໃດຊັ້ນ?
ມັນຈະເປັນພະຍາດເມື່ອເຮົາມີພາວະນີ້ຫລາຍເກີນໄປຈົນຄວບຄຸມບໍ່ໄດ້ ແລະ ມັນເລີ່ມສົ່ງຜົນກະທົບຕໍ່ຊີວິດປະຈຳວັນ.
ຄຳວ່າ”ຫລາຍເກີນໄປ“ນະຈຸດນີ້ກໍ່ຄື ກັງວົນໃນສິ່ງທີ່ບໍ່ໄດ້ມີຢູ່ແທ້ ຫລື ຜ່ານສະຖານະການທີ່ຄວນກັງວົນໄປແລ້ວ ແຕ່ບໍ່ສາມາດເອົາຕົວເອງອອກຈາກຄວາມກັງວົນໄດ້ (ປານກາວກາຊ້າງເນາະ ຕິດແໜ້ນຂະໜາດ ຮາຮາຮາ). ໜັກກວ່ານັ້ນກໍ່ແມ່ນມີ panic attack (ຖ້າມີໂອກາດລະຊິມາອະທິບາຍເພີ່ມວ່າມັນແມ່ນຫຍັງ)
ຄຳວ່າ“ສົ່ງຜົນກະທົບຕໍ່ຊີວິດປະຈຳວັນ”ກໍ່ຄື ໄປໂຮງຮຽນບໍ່ໄດ້, ໄປວຽກບໍ່ໄດ້, ນອນບໍ່ຫລັບ, ເລີ່ມເຈັບປ່ວຍເປັນພະຍາດອື່ນ...
ບາງຄົນອາດຈະຄິດວ່າກະຍັງໄຄກວ່າເປັນພະຍາດຊຶມເສົ້າ ຍ້ອນບໍ່ຄິດສັ້ນ. ກະແມ່ນ. ແຕ່ຖ້າເປັນພະຍາດວິຕົກກະວົນແລ້ວບໍ່ໄດ້ຮັບການຮັກສາມັນສາມາດກາຍພັນເປັນພະຍາດຊຶມເສົ້າໄດ້ (ຄ້າຍໆມະນຸດກາຍພັນໃນໜັງ X-men ຫັນລະ. ເຮິ້ຍ! ບໍ່ແມ່ນ ຮາຮາຮາ)
ເພາະສະນັ້ນຖ້າຫາກໃຜມີຄວາມຮູ້ສຶກວ່າຕົວເອງເລີ່ມກັງວົນຫລາຍຈົນຄວບຄຸມບໍ່ໄດ້ ກໍ່ຂໍແນະນຳໃຫ້ໄປປຶກສານຳແພດໝໍເພາະຈະໄດ້ຮູ້ວ່າຕົວເອງໄປຫລືບໍ ແລະ ຈະໄດ້ຮັບການຮັກສາທີ່ຖືກຕ້ອງ.