ສະເໜີການຮັບມື (Covid-19) ໃຫ້ແທດເຫມາະກັບບັນຫາໃນສັງຄົມລາວ ໂດຍຄຳໜຶງໃສ່ສະພາບຂອງສັງຄົມ ແລະ ເສດຖະກິດພາຍໃນປະເທດ
ສັງຄົມຂາດສະຕິ ບັນຫາມີຢູ່ຫຼາຍສາເຫດ
-ຄວາມຢ້ານ ເກີດມາຈາກຂໍ້ມູນຂ່າວສານທີ່ຜິດພ້ຽນ (ສັງຄົມ)
-ຄວາມຢ້ານ ເກີດມາຈາກຄວາມເຊື່ອຖືພາຍໃນ (ການນຳ)
-ຄວາມຢ້ານ ເກີດມາຈາກຂາດການເຂົ້າເຖິງຂໍ້ມູນຂ່າວສານທີ່ເຊື່ອຖືໄດ້ (ການນຳ)
-ຄວາມຢ້ານ ເກີດມາຈາກຄວາມບໍ່ຮູ້ (ການນຳ)
ຄວາມວຸ້ນວາຍສັບສົນ, ຂາດສະຕິ, ກັງວົນ ມີເຫດ ແລະ ປັດໄຈຊັບຊ້ອນກັນຢູ່
ສະເໜີການແກ້ໄຂຄວາມຢ້ານ ໃຫ້ແທດເຫມາະກັບສະພາບສັງຄົມໃນບ້ານເຮົາມີດັ່ງລຸ້ມນີ້
ພາກສັງຄົມ
-ຊ່ວຍກັນຕໍ່ຕ້ານກະແສຂ່າວທີ່ບໍ່ມີມູນຫຼັກຖານ
(ຍົກຕົວຢ່າງ ຄົນເຮັດສື່ທີ່ມີຈັນຍາບັນ, Developer ທີ່ມີຄວາມຮູ້ ປະດິດຄິດແຕ່ງການສື່ສານຢ່າງສ້າງສັນ ສື່ນອກບ້ານ- ສື່ໃນບ້ານ, ສ້າງ App, ສ້າງ Web ສ້າງເຄື່ອງມື ທີ່ຈຳເປັນໃນຊ່ວງນີ້ ເພື່ອສ້າງກະແສຕີກັບຂ່າວ Fake News ສະເໜີການໃຫ້ຂໍ້ມູນຂ່າວສານສັງຄົມ ທີ່ມີຄວາມເຊື່ອຖືໄດ້)
-ດີແລ້ວທີ່ສັງຄົມຕື່ນໂຕ ແຕ່ບໍ່ດີຖ້າສັງຄົມຂາດສະຕິ ຍ້ອນຄວາມບໍ່ຮູ້ ເມື່ອຂາດສະຕິຫຼາຍຄົນ ກໍອາດສົ່ງຜົນກະທົບລົບເປັນວົງກວ້າງ ຜູ້ທີ່ຮູ້ ອອກມາຊ່ວຍກັນສ້າງຄວາມຮູ້ໃຫ້ກັບສັງຄົມເພີ່ມ ຕ້ອງອາໄສຄວາມອາດສາມາດ ແລະ ເສຍສະຫຼະນຳ
-ການບໍລິຈາກສິ່ງຂອງອາດຊ່ວຍ Save ໄດ້ໃນໄລຍະສັ້ນໆ (ຈຳເປັນແຕ່ບໍ່ແນະນຳວິທີນີ້)
-ບໍລິສັດຫ້າງຮ້ານ ຕ້ອງມີມາດຕະການຫັດກຸມກ່ຽວກັບສຸຂະອານາໄມ ພ້ອມທັງເດັດຂາດ ມີການກວດກາ ແລະ ວາງລະບົບການເຮັດວຽກພິເສດສະເພາະໃນຊ່ວງນີ້ (ຍົກຕົວຢ່າງ ສາມາດເຮັດວຽກຢູ່ບ້ານ ເນັດບໍ່ໄວ ກໍສື່ສານໄດ້ຢູ່)
-ກໍລະນີຈຳເປັນ ຕ້ອງໄດ້ເຮັດວຽກ ຫຼື ອອກສູ່ສາທາລະນະ ໃຫ້ລະມັດລະວັງໂຕເອງໃຫ້ຫຼາຍທີ່ສຸດ ເທົ່າທີ່ຈະເຮັດໄດ້ ຫຼີກລ້ຽງການສຳພັດໃຫ້ຫຼາຍທີ່ສຸດ
ພາກລັດ
-ຖ້າເກີດກໍລະນີມີຜູ່ຕິດເຊື້ອ ຍິ່ງປິດຍິ່ງສ່ຽງ ຕ້ອງເປີດເຜີຍໂຕເລກເທົ່ານັ້ນ ເພື່ອຈິງໃຈກັບຜູ່ຄົນ ເມື່ອໂຕເລກປະລິມານຜູ່ຕິດເຊື້ອເພີ່ມຂຶ້ນ ໃຫ້ຜູ່ຄົນທີ່ອາໄສຢູ່ໃນເຂດທີ່ຊຸ້ມສ່ຽງ ກັກໂຕເອງຢູ່ໃນເຂດທີ່ປອດໄພ ເພື່ອຫຼຸດອັດຕາແຜ່ລະບາດ (ຖ້າມື້ນັ້ນມາເຖິງ)
-ໃຫ້ຂັ້ນແຂວງ ພົວພັນຫາຂັ້ນເມືອງ ລົງຫາຂັ້ນບ້ານ ເພື່ອກະຈ່າຍຂໍ້ມູນວິທີຮັບມືປ້ອງກັນຈາກພາກສ່ວນລັດ ໃຫ້ສັງຄົມເຊື້ອຫມັ້ນຂຶ້ນຕື່ມ (ຈະດີບໍ່ດີ ຜູ່ຄົນແຍກແຍະເອງໄດ້ ສະນັ້ນຕ້ອງຄິດໃຫ້ຮອບຄອບ)
-ອຳນວາຍຄວາມສະດວກໃນການເຂົ້າເຖິງສິນຄ້າທີ່ຈຳເປັນໃນຊ້ວງວິກິດ ຖ້າເກີດຜົນກະທົບສູງຂຶ້ນ
-ສື່ສານຂໍ້ມູນການແກ້ໄຂບັນຫາກັບສັງຄົມເປັນໄລຍະໃນທຸກໆມື້ໃຫ້ຫຼາຍຂຶ້ນ
-ແຕ່ງຕັ້ງໜ່ວຍງານພິເສດ ເປັນຕົ້ນໜ່ວຍງານແພດ, ໜ່ວຍງານປະຊາສຳພັນ ເພື່ອເຝົ້າລະວັງຄວາມສ່ຽງໃນຊ່ວງນີ້ (ຖ້າມີຄົນຕິດເຊື້ອກໍຈະເກີດຄວາມພ້ອມ)
-ລັດຕ້ອງວາງມາດຕະການແກ້ໄຂ ພ້ອມທັງສື່ສານກັບສັງຄົມໃຫ້ຊັດເຈນ ແລະ ເປັນວົງກວ້າງຂຶ້ນ (ເພາະວົງຍັງແຄບຢູ່ ການນຳສະເໜີເຫດ ແລະ ຜົນ ສູ້ Fake News ບໍ່ໄດ້)
-ຫາຜູ້ທີ່ມິປະສິດທິພາບໃນການສື່ສານມາຊ່ວຍກະຈາຍເປັນວົງກວ້າງ
-ສ້າງຄວາມເຊື່ອຖືໃຫ້ສັງຄົມເຫັນໄດ້ຢ່າງຊັດເຈນຂຶ້ນກວ່ານີ້ດ້ວຍມາດຕະການທີ່ເຂັ້ມງວດ ເປັນຂັ້ນເປັນຕອນ ຄິດຫາທາງອອກທີ່ກະທົບຕໍ່ສັງຄົມ-ເສດຖະກິດໃຫ້ໜ່ອຍທີ່ສຸດ
-ເມື່ອມີເຫດເກີດຂຶ້ນຢູ່ໃນຂັ້ນວິກິດແລ້ວ ໃຫ້ລະດົມຫາໜ່ວຍງານທີ່ມີປະສິດທີພາບ ເປັນຕົ້ນໜ່ວຍງານ IT ຈາກພາກສ່ວນເອກະຊົນ ສ້າງ ຫຼື ແນະນຳເຄື່ອງມືການພົວພັນໃນການສື່ສານແບບທົ່ວເຖິງກັນ ໃຫ້ກັບຝ່າຍທີ່ກຳລັງແກ້ໄຂບັນຫາຢູ່ນັ້ນ ເຮັດວຽກຄ່ອງໂຕ, ວ່ອງໄວ ແລະ ມີປະສິດທິພາບຂຶ້ນ
ວິເຄາະພາກເສດຖະກິດ
-ເກີດການປະດິດຄິດແຕ່ງເພື່ອຮັບມືວິກິດໃນຊ່ວງນີ້ (ສັງຄົມ)
-ເກີດຄວາມເຊື່ອຖືເຊື່ອໝັ້ນຕໍ່ປະເທດຂອງຕົນເອງຕາມມາ (ການນຳ)
-ເກີດການຍອມຮັບຈາກສັງຄົມ (ການນຳ)
-ສັງຄົມສາມາດໃຊ້ຊີວິດປົກກະຕິໄດ້ ໂດຍບໍ່ສົ່ງຜົນກະທົບຕໍ່ການຊື້ຂາຍພາຍໃນ (ສັງຄົມ)
ນີ້ຈະເປັນວິກິດ ທີ່ອາດພິກມາເປັນໂອກາດກໍໄດ້