ກ່ອນອື່ນກະຂໍອອກໂຕກ່ອນນໍວ່າໂຕຜູ້ຂຽນເອງກໍບໍ່ໄດ້ເປັນເທບ fingerstyle guitar ແຕ່ຢ່າງໃດພຽງແຕ່ຢາກແບ່ງປັນ ແລະ ຢາກໃຫ້ຄົນຮູ້ກ່ຽວກັບການຫຼິ້ນກີຕ້າແບບ Fingerstyle ຫຼາຍຂຶ້ນ.
ເຊື່ອວ່າມີຫຼາຍຄົນກໍອາດຈະຮູ້ເລື່ອງກ່ຽວກັບການຫຼິ້ນກີຕ້າມາບໍຫຼາຍກໍນ້ອຍ ແຕ່ຖ້າເວົ້າເຖິງການຫຼິ້ນກີຕ້າຄົນສ່ວນຫຼາຍກໍຈະຄິດເຫັນການດີດຂອດຮ້ອງເພງເພາະວ່າຄົນສ່ວນຫຼາຍກໍຫຼິ້ນແບບນີ້ເປັນປົກກະຕິ, ແຕ່ມື້ນີ້ຜູ້ຂຽນຈະພາມາຮູ້ຈັກກັບ Fingerstyle guitar ສິ່ງທີ່ຜູ້ຂຽນ passionate ກັບມັນແຮງ ວ່າມັນຄືຫຍັງ??
Fingerstyle guitar ຄືຫຍັງ??
Fingerstyle ເປັນເຕັກນິກຂອງການຫຼິ້ນກີຕ້າຮູບແບບໜຶ່ງທີ່ໃຊການເກົາ (picking) ເປັນຫຼັກໃນການຫຼິ້ນ ເຊິ່ງຈະຄ້າຍໆກັບການຫຼິ້ນກີຕ້າ classic (ດ໋ຽວຈະມາເວົ້າເຖິງຄວາມແຕກຕ່າງຂອງ Fingerstyle guitar ກັບ Classic guitar ໃນຕອນຕໍ່ໄປ). ການຫຼິ້ນແບບນີ້ແມ່ນສາມາດຫຼິ້ນໄດ້ກັບເພງທຸກຮູບແບບບໍ່ວ່າຈະເປັນ folk, blue, jazz ຫຼື ຈະເປັນ k-pop ກໍໄດ້ເຊັ່ນດ່ຽວກັນ.
ວີດີໂອຕົວຢ່າງການຫຼິ້ນ Fingerstyle guitar [(Shawn Mendes & Camila Cabello) Señorita - Sungha Jung
](https://www.youtube.com/watch?v=hUIFgd8wBBA)
ເປັນຫຍັງຕ້ອງ Fingerstyle guitar?
ສິ່ງທີ່ເຮັດໃຫ້ການຫຼິ້ນກີຕ້າແບບນີ້ຕ່າງຈາກການຫຼິ້ນແບບທົ່ວໄປກໍຄື ເຮົາສາມາດຫຼິ້ນໄດ້ຄົບທຸກອົງປະກອບຂອງດົນຕີກໍຄື: ເຮົາສາມາດຮຽນແບບສຽງກອງ, ເບສ, melody, harmony (ສຽງປະສານ) ເຊິ່ງເຮົາສາມາດນຳເອົາສຽງທັງໝົດທີ່ກ່າວມານັ້ນມາຫຼິ້ນໃນກີຕ້າພຽງແຕ່ໜ່ວຍດຽວ ເຊິ່ງເປັນຫຍັງທີ່ WoW ແຮງ ຍິ່ງຖ້າເປັນຜູ້ທີ່ຫຼິ້ນເກັ່ງໆເທບໆນີ້ແຮງເປັນຫຍັງທີ່ Amazing ຫຼາຍໆ.
ສຳລັບ Guitarist ທີ່ຢູ່ໃນສາຍນີ້ກໍຈະມີ Sungha Jung ຜູ້ນີ້ມັກແຮງ, tommy emmanuel, ulli boegershausen, kotaro oshio, pick fingerstyle (ຜູ້ນີ້ຫຼາຍຄົນອາດຈະເຄີຍຟັງຜ່ານໆມາຢູ່) ແລະ ຜູ້ອື່ນໆອີກ.
ສຳລັບຕອນນີ້ກະພໍເທົ່ານີ້ກ່ອນຖ້າໃຜສົນໃຈ ຫຼື ຢາກຮຽນຮູ້ເພີ່ມເຕີມກະລອງເຂົ້າໄປເບິ່ງຕາມນີ້ໄດ້ເລີຍ
Fingerstyle basic
