ທີ່ຜ່ານມາກໍເຫັນການແຈ້ງຂ່າວກ່ຽວກັບຜູ້ຕິດເຊື້ອຜ່ານຊ່ອງທາງຕ່າງໆ
ແຕ່ເປັນຫຍັງໃນລາວເຮົາບໍ່ເຮັດ Emergency alert ແບບໃນປະເທດເກົາຫຼີ ຢີ່ປຸ່ນ ແລະ ປະເທດຕ່າງໆ
ຢ່າງຫນ້ອຍກໍສົ່ງທາງ SMS ກໍໄດ້ ໃນການແຈ້ງຜູ້ຕິດເຊື້ອໃນແຕ່ລະວັນ ດີກວ່າຊິໃຫ້ຄົນມາສ້າງເວັບໄຊໃຫ້ຄົນກົດເຂົ້າໄປເບິ່ງຈື່ງຮູ້(ແບບນີ້ບໍ່ໄດ້ຫມາຍຄວາມວ່າບໍ່ດີ ດີຄືກັນ ແຕ່ຂ້ອຍຄິດວ່າເປັນຄົນສ່ວນໜ່້ອຍເທົ່ານັ້ນທີ່ເຂົ້າເບິ່ງ ທຸກມື້ ແລະ ທຸກເວລາ 😅 )
ບໍ່ເຂົ້າໃຈວ່າໃນລາວເຮັດບໍ່ໄດ້ ຫ້າມບໍ່ໃຫ້ເຮັດ ຫຼື ທາງບໍລິສັດເຮັດບໍ່ເປັນ(ຄົງຈະເປັນໄປບໍ່ໄດ້ ໂປຣໂມຊັ່ນຍັງສົ່ງມາຕະຫລອດ 555)
ທັງນີ້ໃນຄວາມຄິດ ຄິດວ່າແບບນີ້ຫນ້າຈະດີຄື:
1, ໝັ້ນໃຈທູກຄົນທີ່ມີໂທລະສັບໄດ້ຮັບຂໍ້ມູນ
- ເປັນຂໍ້ມູນທີ່ເຊື່ອຖືໄດ້
- ເມື່ອຄົນໄດ້ຮັບແຈ້ງເຕືອນກໍຈະລະວັງໃນຂົງເຂດນັ້ນ ໃນຕອນນັ້ນເລີຍ
ທັງໝົດທັງມວນກໍເປັນພຽງຄວາມຄິດເຫັນສ່ວນຕົວ ຖ້າມີຂໍ້ຄວາມໃດທີ່ຜິດພາດ ບໍ່ສ້າງສັນ ມາໂອ້ລົມກັນເບິ່ງເດີ້ ເພື່ອຄວາມຮູ້ທັງໝົດ 😀