ເລື່ອງເລີ່ມຈາກຕອນວັນທີ 3 ນີ້ທີ່ລັດໃຫ້ ປຊຊ ໄປເຮັດວຽກໄດ້ ຫົວໜ້າຂອງອ້າຍເຮົາກໍເລີ່ມກົດດັນລູກນ້ອງຕົວເອງເກືອບທຸກຢ່າງ(ເຊັ່ນ ບໍ່ໃຫ້ນັ່ງໃນຫ້ອງການ, ກ່າວໂທດລູກນ້ອງທັງໆທີ່ແທ້ຈິງເຂົາບໍ່ໄດ້ເຮັດຫຍັງຜິດ, ມັກອາລົມຮ້າຍໃສ່...) ແລະຍັງບອກໃຫ້ລູກນ້ອງປ່ຽນກັນເຮັດວຽກເກີນເວລາແລ້ວກໍ່ບອກວ່າຈະບໍ່ມີເງິນໂອທີໃຫ້, ໃຊ້ແຮງງານລູກນ້ອງໜັກກວ່າທີ່ເຄີຍ ແຖມຍັງບໍ່ແນ່ໃຈອີກວ່າທ້າຍເດືອນມາເພິ່ນຈະໃຫ້ເງິນເດືອນເຕັມເດືອນຫຼືແຄ່ເຄິ່ງດຽວອີກ ເຮົາຮູ້ສຶກວ່າມັນໂຫດຮ້າຍໄປ ເຮົາຄິດວ່າມັນອາດຈະເຂົ້າຂ່າຍລະເມີດຫຼືຜິດກົດໝາຍທາງໃດໄດ້ແດ່ ແຕ່ເຮົາບໍ່ມີຄວາມຮູ້ດ້ານນີ້ເລີຍ.. ຂໍຄຳແນະນຳຈາກຜູ້ຮູ້ດ້ວຍ😣
** ເຮົາລອງເຂົ້າເວັບກະຊວງແຮງງານວ່າຈະໄປອ່ານກົດໝາຍແລະດຳລັດທີ່ກ່ຽວຂ້ອງ ແຕ່ເວັບເພິ່ນບໍ່ສະແດງ
- ເປັນວຽກກ່ຽວກັບ ຕົກແຕ່ງພາຍໃນ ຕຳແໜ່ງແມ່ນມີຜູ້ປະຈຳສະໜາມ ຜູ້ດູແລກ່ຽວກັບສາງ ຜູ້ປະສານງານຕ່າງໆ ແຕ້ມ/ອອກແບບ