High sea
ເຫດຜົນທີ່ມາແບ່ງປັນ :
ໂດຍສ່ວນຕົວແລ້ວຂ້ອຍເອງມັກເລື່ອງນີ້ຫຼາຍ (ແຕ່ກໍໃຫ້ແຊ່ງ Sherlock ບໍ່ໄດ້ ເຖີງເລື່ອງມັນຈະຫັກຫຼັງຄົນເບີ່ງຫຼາຍກວ່າກໍຕາມ).
ສີ່ງທີ່ high sea ເຮັດໄດ້ດີທີ່ສຸດຄືການກະຈາຍບົດໃຫ້ທຸກຕົວລະຄອນມີຄວາມສໍາຄັນເທົ່າກັນ ຢ່າງບໍ່ມີຂໍ້ບົກຜ່ອງ, ທຸກຕົວລະຄອນມີຄວາມກ່ຽວເນື່ອງກັນແບບລົງໂຕ, ໃນຂະນະທີ່ເບີ່ງໄດ້ລຸ້ນຕະຫຼອດເວລາ ເພື່ອຊອກຫາໂຕຂ້າຕະກອນທີ່ແທ້ຈີງ ສີ່ງໜື່ງທີ່ປະທັບໃຈຫຼາຍຄື serie ເຮັດໃຫ້ເຮົາບໍ່ອາດຈະໄວ້ໃຈໃຜໄດ້ ແມ່ນກະທັ້ງຄົນທີ່ເຮົາຄິດວ່າອາດຈະແມ່ນພະເອກ ຫຼື ນາງເອກ ກໍຕາມ ແລະ ການກ້າທີ່ຈະທຳຮ້າຍຄວາມຮູ້ສຶກຂອງຄົນເບີ່ງອີກຄັ້ງ, ອີກຄັ້ງ, ອີກຄັ້ງ, ອີກຄັ້ງ ແລະ ເລື້ອຍໆ ເອີ້ນວ່າ ລຸ້ນຈົນຫືດຂື້ນຄໍນຳພຸ້ນລະ ຢ້ານຄົນທີ່ເຈົ້າເຊຍໃຫ້ເປັນຄົນດີ ເປັນຄົນຮ້າຍ 555...
ກ່ຽວກັບ High Sea
ເປັນຊີຣິແນວສືບສວນສອບສວນ ຈາກປະເທດສະເປນ ເຊີ່ງ season ທຳອິດ ແມ່ນເລີ່ມສາຍ 24 ພຶດສະພາ 2019 ແລະ season 2 ແມ່ນສາຍ 22 ພະຈິກ 2019. ສ່ວນ season 3 ແມ່ນລໍຖ້າຕໍ່ໄປ... ທັງ 2 season ແມ່ນມີ 8 ຕອນ, ຕອນລະປະມານເກືອບ 1 ຊົ່ວໂມງ.
ເລື່ອງຫຍໍ້ season 1 : ເວົ້າເຖີງ ເອື້ອຍນ້ອງ ແຄໂຣລີນາ ແລະ ເອວາ ພົບກັບເຫດການທີ່ມີຄົນຕາຍຢ່າງປິດສະໜາ ໃນຂະນະທີ່ກຳລັງເດີນທາງຈາກສະເປນ ໄປ ບຣາຊິວ ເຊີ່ງເຫດການທັງໆໝົດເກີດຂື້ນຢູ່ເທີງເຮືອໂດຍສານສຸດຫຼູຫຼາ. ສະນັ້ນ, ຈື່ງເປັນຈຸດເລີ່ມຕົ້ນຂອງການສືບຫາໂຕຂ້າຕະກອນ ພ້ອມທັງເປັນຈຸດເລີ່ມຕົ້ນຂອງເຫດການທີ່ລຶກລັບ ແລະ ຄວາມລັບຂອງແຕ່ລະຄົນທີ່ຈະຖືກເປິດເຜີຍ.
ເລື່ອງຫຍໍ້ season 2 : ສຳລັບເຫດການໃນຊີຊັນ 2 ເຮືອຍັງສືບຕໍ່ໄປທີ່ບຣາຊິວ ແຕ່ກໍມີເຫດການທີ່ເຮັດໃຫ້ຕ້ອງໄດ້ຮັບຜູ້ໂດຍສານໜ້າໃໝ່ຂື້ນມາໃນເຮືອ ເຊີ່ງເຮັດໃຫ້ເກີດປິດສະໜາໃໝ່ ທີ່ເກີດຂື້ນໃນອະດີດຖືກກັບມາເປິດເຜີຍ ດ້ວຍເຫດການທີ່ອະທິບາຍບໍ່ໄດ້ທາງຄວາມເຊື່ອເປັນໂຕນຳທາງ.
ສາມາດເບີ່ງທັງ 2 ຊີຊັນ ໄດ້ທີ່ Netflix ຫຼື https://www.netflix.com/la/title/80233258