ຕາມຫົວຂໍ້ກະຄືວ່າ ເວລາທີ່ເຮົາບໍ່ມັກຄົນໃດຄົນໜຶ່ງ ຫຼື ວ່າສິ່ງໃດ
ໜຶ່ງກໍຕາມ ຈະຮູ້ສຶກຫງຸດຫງິດສຸດໆຈົນບໍ່ອັນເປັນເຮັດຫຍັງເລີຍ
ປັນຫາກໍຄືວ່າສ່ວນຫລາຍແລ້ວຈະເປັນເລື່ອງທີ່ໂຕເອງຍອມຮັບເລີຍວ່າບໍ່ມີເຫດຜົນ ເຊັ່ນເຮົາບໍ່ມັກຂີ້ໜ້າຄົນໆໜຶ່ງທັ້ງໆທີ່ລາວ
ກໍບໍ່ໄດ້ເຮັດຫຍັງຜິດ ຫຼື ຖ້າບໍ່ແມ່ນໂຕບຸກຄົນເປັນຫົວຂໍ້ເຊັ່ນ
ເລື່ອງລົດສະນິຍົມການເບິ່ງໜັງທີ່ບໍ່ຕົງກັນ ກໍຈະເກັບມາຫງຸດ
ຫງິດເລື້ອຍໆ
ປະເດັ່ນ ກະຄືຢາກຖາມວ່າຄົນອື່ນມີວິທີແນວໃດຈັດການປັນຫາ
ແນວນີ້ ຍ້ານວ່າເກັບໄວ້ກັບໂຕເອງຫລາຍລ່ະສິລະເບີດ ມື້ໃດມື້ໜຶ່ງ
(ໂດຍສະເພາະກັບບ່ອນເຮັດວຽກ)