Update!!! ປັດຈຸບັນແມ່ນສາມາດຂໍຜ່ານແລ້ວຈຶ່ງຢາກຈະມາຂຽນໄວ້ວ່າຈະຕ້ອງມີວິທີການແນວໃດ
- ຕື່ມຂໍ້ມູນເຂົ້າໃນເວັບ https://developer.apple.com/enroll/duns-lookup/#!/search ເພື່ອກວດສອບວ່າບໍລິສັດເຮົາ ມີ D-U-N-S ຫຼື ຍັງ

ໃນໜ້າຕໍ່ໄປຈະສະແດງວ່າບໍລິສັດເຮົາໃນມີເລກ D-U-N-S ຫຼື ຍັງຖ້າມີກໍ່ຈະສະແດງຕົວເລກ 9 ຕົວເລກພ້ອມຂໍ້ມູນບໍລິສັດຂອງເຮົາຂຶ້ນມາ, ຖ້າບໍ່ມີໃຫ້ກົດສົ່ງຂໍ້ມູນຂອງເຮົາໄປແລ້ວລໍຖ້າການຕອບກັບຈາກ ບໍລິສັດ Dun and Bradstreet ພາຍໃນ 5 ວັນທາງລັດຖະການ ຖ້າຫຼັງຈາກພາຍໃນ 5 ວັນບໍ່ໄດ້ຮັບການຕິດຕໍ່ຈາກບໍລິສັດ Dun and Bradstreet ໃຫ້ສົ່ງອີເມລຕິດຕໍ່ຫາທາງ Apple ຊ່ວຍເຫຼືອຜ່ານໜ້າເວັບໄຊຂອງ apple


ໂດຍໃຫ້ໄປທີ Contact Us > D-U-N-S Number ແລ້ວສົ່ງອີເມລເພື່ອແຈ້ງໃຫ້ທາງ Apple ຕິດຕໍ່ກັບ ບໍລິສັດ D&B
- ຫຼັງຈາກນັ້ນປະມານ 2-5 ວັນຈະໄດ້ຮັບການຕິດຕໍ່ຈາກ ພະນັກງານຂອງ Apple ແລະ ດຳເນີນການຕາມອີເມລທີ່ Apple ແນະນຳ ແລ້ວຫຼັງຈາກອີກປະມານ 2 ວັນຈະໄດ້ຮັບການຕິດຕໍ່ຈາກ ບໍລິສັດ D&B
- ບໍລິສັດ D&B ຈະໃຫ້ຕື່ມຂໍ້ມູນຂອງບໍລິສັດ ເຊິ່ງຈະປະກອບດ້ວຍ ຊື່ບໍລິສັດ. ທີ່ຢູ່ (ບ້ານ, ເມືອງ, ແຂວງ ລະຫັດໄປສະນີ) ເບີໂທຫ້ອງການ (ທີ່ສາມາດຕິດຕໍ່ໄດ້), ຊື່ອຳນວຍການ ຫຼື ເຈົ້າຂອງບໍລິສັດ (ຖ້າເປັນບໍລິສັດ ຫຸ້ນສ່ວນຕ້ອງໄດ້ແຈ້ງຂໍ້ມູນຂອງຜູ້ຖືຫຸ້ນທັງໝົດ), ໃບທະບຽນວິສາຫະກິດ (ແປເປັນພາສາອັງກິດມີຈ້ຳກາຢັ້ງຢືນ), ເວັບໄຊບໍລິສັດ (ທີ່ສາມາດເຂົ້າເບິ່ງໄດ້ ຕ້ອງເປັນເວັບທີ່ເປັນຊື່ບໍລິສັດ ບໍ່ນັບຈຳພວກ ເພຈ facebook).
_ໝາຍເຫດ: - ເບີໂທລະສັບຕ້ອງເປັນເບີທີ່ສາມາດຕິດຕໍ່ໄດ້ແທ້ ແລະ ພ້ອມຮັບສາຍໃນໂມງການຕະຫຼອດເວລາ ຈາກປະສົບການທີ່ຜ່ານມາທີ່ກວດສອບບໍ່ຜ່ານເນື່ອງຈາກໃສ່ເບີໂທລະສັບທີ່ເປັນເບີແລ້ວຕ້ອງກົດພາຍໃນເຮັດໃຫ້ບາງຄັ້ງບໍລິສັດ D&B ຕິດຕໍ່ມາແລ້ວບໍ່ມີຄົນຮັບສາຍຈຶ່ງເຮັດໃຫ້ກວດສອບບໍ່ຜ່ານ.
_ ອີກເຕັກນິກໜຶ່ງແມ່ນໃຫ້ສ້າງໂຕຕົນໃນ social media ໃຫ້ຫຼາຍ ແລະ ເພີ່ມຊ່ອງທາງການເຂົ້າເຖິງເວັບໄຊຂອງບໍລິສັດໃຫ້ຫຼາຍທີ່ສຸດທີ່ມີຂໍ້ມູນກ່ຽວກັບທີ່ເຮົາຕື່ມໄປໃນຟອມ, ໂດຍສ່ວນຕົວວິທີທີ່ໃຊ້ແມ່ນນຳໃຊ້ Google Business ໂດຍເພີ່ມຂໍ້ມູນຂອງບໍລິສັດເຂົ້າໃນ google business ໂດຍບໍ່ຕ້ອງເສຍເງິນແຕ່ກໍ່ເພີ່ມໂອກາດໃນການຄົ້ນຫາຂໍ້ມູນຂອງບໍລິສັດອີກຕື່ມເພາະໃນ google business ຈະໃຫ້ຕື່ມຂໍ້ມູນທີ່ຢູ່ຂອງເຮົາພ້ອມທັງ Location ຂອງບໍລິສັດເຂົ້າໄປເພື່ອເພີ່ມຄວາມສະດວກໃຫ້ແກ່ບໍລິສັດ D&B ເຂົ້າມາກວດສອບ. -
- ການຕິດຕໍ່ຈາກບໍລິສັດ D&B ໃນບາງຄັ້ງຈະຕິດຕໍ່ມາຈາກບໍລິສັດແມ່ໂດຍກົງແຕ່ຖ້າຄັ້ງທຳອິດກວດສອບບໍ່ຜ່ານທາງບໍລິສັດ D&B ຈະໂອນຖ່າຍມາໃຫ້ບໍລິສັດຕົວແທນໃນໄທ, ຫວຽດນາມ ຫຼື ສິງກະໂປ ດຳເນີນການຂັ້ນຕອນຂ້າງຕົ້ນ.
- ຫຼັງຈາກທີ່ສົ່ງຂໍ້ມູນຂອງບໍລິສັດໃຫ້ບໍລິສັດ D&B ແລ້ວຈະໃຊ້ເວລາ 14 ວັນໃນການກວດສອບເຊິ່ງໃນໄລຍະເວລາດັ່ງກ່າວອາດຈະມີສາຍໂທເຂົ້າມາຈາກບໍລິສັດ D&B ໃຫ້ກຽມພ້ອມຮັບສາຍແລະຕອບຂໍ້ມູນຕາມທີ່ເຂົາເຈົ້າສອບຖາມ.
- ຫຼັງຈາກ 14 ວັນກໍ່ຈະໄດ້ ອີເມລຕອບກັບມາຈາກບໍລິສັດ D&B ວ່າໄດ້ຮັບເລກ D-U-N-S 9 ຕົວເລກເພື່ອນຳໄປລົງທະບຽນ Apple Developer ໃນຮູບແບບບໍລິສັດໄດ້

ທັງໝົດກໍ່ຖືວ່າສຳເລັດໃນການຂໍ D-U-N-S Number ແລ້ວ
ສ່ວນວິທີການສະໝັກ Apple Developer ໃນຮູບແບບ ບໍລິສັດ ສາມາດຫາໄດ້ຈາກໃນ Google ເລີຍມີຄົນເຮັດລີວິວໄວ້ຫຼາຍຢູ່