Devi
ຄຳຖາມນີ້ຫນ້າຈະເປັນຄຳຕອບໃນໂຕຂອງມັນເອງ.
ຕ້ອງເບິ່ງວ່າ ຈະເລີ່ມເຊົາຫາເງິນຕອນອາຍຸດເທົ່າໃດ ແລ້ວກໍເລີ່ມນັບເປັນແຜນ ມື້, ແຜນເດືອນ, ແຜນປີ ໄປ
ສົມມຸດເຮົາຈະໃຊ້ຊີວິດແບບບໍ່ຕ້ອງຫາເງິນໄປ 60 ປີ ກໍເອົາຄ່າໃຊ້ຈ່າຍຕໍ່ປີມາເປັນພື້ນຖານສຳຮອງໄວ້ເລີຍ,
ອີກດ້ານແມ່ນ ເບິ່ງເລື່ອງການລົງທຶນ ຫລື ການເອົາເງິນໄປຝາກໄວ້ເພື່ອໃຫ້ເງິນມັນອອກດອກມາໃຫ້ ຊົມໃຊ້ກິນໄປກຸ້ມແຕ່ລະເດືອນໃນໄລຍະຍາວ
ເຊັ່ນ: ເຮົາຕ້ອງໃຊ້ເງິນເດືອນລະ 10 ລ້ານ ເຮົາກໍລອງເອົາດອກເບ້ຍພື້ນຖານຂອງທະນາຄານເຊັ່ນການຝາກປະຈຳ ແລະອັດຕາດອກເບ້ຍມາໄລ່ເພື່ອໃຫ້ໄດ້ວ່າຈະໄດ້ດອກເບ້ຍມາໃຊ້ແຕ່ລະເດືອນ ແຕ່ການເອົາເງິນຝາກກິນດອກເບ້ຍເປັນວິທີທີ່ບໍ່ຄ່ອຍຈະດີເລີຍແຕ່ກະເຫມາະກັບຄົນທີ່ຈະບໍ່ເຮັດຫຍັງເລີຍ ຫະຫະ
ອີກແບບກໍແມ່ນເອົາເງິນໄປລົງທຶນ ແຕ່ທ້າຍສຸດກໍມີຄວາມສ່ຽງ ອີກເພາະຫາກພົບວິກິດການໂຄວິດກໍຈະເຮັດໃຫ້ ເງິນປັນຜົນຫລຸດລົງອີກ.
ທາງທີ່ດີຄືເອົາ ຍອດເງິນທີ່ຈະໃຊ້ມາຄູນເປັນເດືອນເປັນປີ ແລ້ວກໍຫາໃຫ້ໄດ້ຕາມໄລຍະເວລາທີ່ຈະໃຊ້ຊີວິດແບບນັ້ນໄປເລີຍ ແລ້ວກະນອນໃຊ້ເງິນໄປເສີຍໆ