ໂດຍທົ່ວໄປ security ຈະແບ່ງເປັນ 2 ສາຍຄື ໂຈມຕີ (Offensive Security) ແລະ ສາຍປ້ອງກັນ (Defensive Security)
ຖ້າຕາມທີ່ທ່ານເວົ້າວ່າໄດ້ລອງສຶກສາ SQL Injection ຂ້າພະເຈົ້າຈະເຂົ້າໃຈວ່າທ່ານສົນໃຈດ້ານໂຈມຕີເນາະ
ສະນັ້ນຖ້າຢາກສຶກສາ Security ແທ້ໆແມ່ນບໍ່ຢາກໃຫ້ເລີ່ມໄປເບິ່ງວິທີການໂຈມຕີຢ່າງດຽວ ໃຫ້ສຶກສາຕື່ມວ່າເປັນຫຍັງຈຶ່ງສາມາດໃຊ້ເຕັກນິກນີ້ໂຈມຕີລະບົບນີ້ໄດ້.
ສ່ວນຈະເລີ່ມແນວໃດ ສ່ວນໂຕຂ້າພະເຈົ້າ ຢາກແນະນຳໃຫ້ລອງເບິ່ງໃນເວັບ www.tryhackme.com ເບິ່ງ
ແລ້ວເລີ່ມຕັ້ງແຕ່ຫ້ອງ Linux Fundamental 1,2,3 ໄປເລີຍ