KhouanfaNadam
ເປັນການວິວັດທະນາການຮ່ວມກັນມາຢ່າງຍາວນານລະຫວ່າງສິ່ງທີ່ມີຊີວິດຕ່າງໆ ເວລາເວົ້າເຖິງວິວັດທະນາການ ແມ່ນໃຊ້ເວລາຫລາຍລ້ານປີ ກວ່າຈະເປັນຄືເຫັນທຸກມື້ນີ້ ມັນເລີຍຄ່ອຍປັບຄ່ອຍປ່ຽນມາເປັນແບບນີ້
ເບື້ອງຕົ້ນກໍຄືລຸງໂອ໊ດວ່າ ພືດຂະຫຍາຍພັນຫລາຍ ອາກາດມີອັອກຊີເຈນຫລາຍຂຶ້ນ ສິ່ງມີຊີວິດໃນນ້ຳ ເລີ່ມຂຶ້ນບົກ ມາອາໄສເທິງບົກ ກິນກັນເອງເພື່ອຢູ່ລອດ ບາງໂຕກໍກິນພືດເພື່ອຢູ່ລອດ ບາງໂຕຮຽນຮູ້ກໍລອດຈາກການສູນພັນ ພືດເອງກໍຫາວິທີຂະຫຍາຍພັນ ລອງຜິດລອງຖືກຈົນສຸດທ້າຍ ເຫລືອແຕ່ໂຕທີ່ຢູ່ລອດມາເປັນປັດຈຸບັນ
ເຊັ່ນ: ບັນດາພວກພືດທີ່ອອກດອກ ກໍຮຽນຮູ້ອາໄສແມງໄມ້ ມາປະສົມເກສອນໃຫ້ ສະນັ້ນພືດພວກນີ້ຈຶ່ງຖືກຄັດເລືອກໃຫ້ໂຕທີ່ຜະລິດສານເຄມີທີ່ແມງໄມ້ມັກຢູ່ລອດຫລາຍກວ່າພວກຜະລິດໄດ້ບໍ່ດີ
ພືດອອກດອກບາງພວກກໍມີວິທີແປກປະຫລາດເຊັ່ນ ເປັນຫມາກແລ້ວໃຫ້ລະເບີດແກ່ນກະຈາຍອອກເມື່ອຖືກນ້ຳ, ບາງພວກກໍເປັນດອກເມື່ອຖືກລົມກໍປິວໄປຕາມລົມແລ້ວແຜ່ພັນໄປ ເຊິ່ງກໍກະຈາຍກັນໄປຕາມເຂດຕ່າງໆອີກ ແບບພວກພືດເຂດຫນາວຈະບໍ່ຄ່ອຍໃຫ້ຫມາກທີ່ມີຣົດແຊບ ສ່ວນໃຫຍ່ໃຊ້ວິທີແຜ່ຜ່ານດອກໃຫ້ດອກປິວໄປ ເພາະອາກາດເຫມາະສົມແກ່ການແຜ່ຂະຫຍາຍໄປທາງລັກສະນະນີ້
ມາພືດເຂດຮ້ອນຊຸ່ມແບບເຮົາ ຜັດໃຫ້ຫມາກທີ່ມີຣົດຫວານ ເພາະມີສັດຫລາຍຊະນິດສົມບູນກວ່າ ມີປ່າທີ່ຫລາກຫລາຍກວ່າ (ຂູ່ແຂ່ງຫລາຍກວ່າ) ເລີຍແຂ່ງກັນອອກຫມາກໃຫ້ແຊບ ເພື່ອລໍ້ສັດມາກິນ ແລ້ວຊ່ອຍຂະຫຍາຍພັນ ເພາະພືດຍ່າງບໍ່ໄດ້ ສະນັ້ນວິທີຄືຕ້ອງວິວັດທະນາການ ໃຫ້ຫາວິທີກະຈາຍພັນໄປໃຫ້ໄກໆຕົ້ນ ເພື່ອຂະຫຍາຍໄປຫລາຍພື້ນທີ່ໄດ້ ເກີດໃກ້ກັນຍາດອາຫານກັນຖ້າຖືກເຊື້ອພະຍາດກໍຕາຍພ້ອມກັນ ສະນັ້ນພືດກໍຕ້ອງຫາວິທີກະຈາຍໄປໃຫ້ກວ້າງ.
ຕອນຫມາກຍັງບໍ່ພ້ອມກະຈາຍພັນ ມັນຈະອອກສານເຄມີທີ່ມີຣົດສົ້ມ, ຂົມ, ຝາດ ເພື່ອໃຫ້ສັດບໍ່ມາກິນ ແຕ່ພໍມັນພ້ອມຂະຫຍາຍພັນ ກໍຈະປ່ຽນໃຫ້ຣົດຊາດຫວານ ສັດກໍມາກິນ ໄປຂີ້ຊະຊາຍແກ່ນກໍໄດ້ກະຈາຍພັນອອກໄປກວ້າງ (ຍົກເວັ້ນຄົນນິລະ ເຮັດແຈ່ວມາກິນຕອນສົ້ມ)
ຫມາກເຜັດກໍຄືກັນ ມັນວິວັດທະນາການມາໃຫ້ເປັນອາຫານຂອງຈຳພວກນົກ ເພາະລຳໄສ້ນົກຍ່ອຍແກ່ນຫມາກເຜັດບໍ່ໄດ້ ເຮັດໃຫ້ນົກກິນແລ້ວບິນໄປຂີ້ບ່ອນອື່ນ ຫມາກເຜັດກໍໄດ້ຂະຫຍາຍພັນ ກົງກັນຂ້າມແກ່ນຫມາກເຜັດຈະຖືກກະເພາະສັດລ້ຽງລູກດ້ວຍນົມຍ່ອຍໄດ້ ມັນຈຶ່ງບໍ່ຢາກໃຫ້ສັດລ້ຽງລູກດ້ວຍນົມກິນ ມັນຈຶ່ງວິວັດທະນາການສານເຄມີ ທີ່ອອກລິດກັບສະເພາະສັດລ້ຽງລູກດ້ວຍນົມ ກິນແລ້ວຈະຮູ້ສຶກເຜັດ (ພວກສັດນ້ອຍໆແບບຫນູກະຮອກ... ກິນຫມາກເຜັດຈະຖືວ່າເຄມີມັນອັນຕະລາຍຕໍ່ຮ່າງກາຍ ແຕ່ກັບຄົນເຮົາໂຕໃຫຍ່ ຄວາມເປັນພິດເລີຍຫນ້ອຍລົງ ແຖມເຮົາກິນແບບເພື່ອຄວາມສະໃຈ ຖືວ່າມະນຸດນິກ້າວຂ້າມເຫນືອວິວັດທະນາການໄປຫລາຍ)
ຄ້າວໆເທົ່າທີ່ຈື່ຄວາມໄດ້ປະມານນີ້